ບໍລິສັດ ສະຕາຟິນເທັກ ແລະ ທະນາຄານໄຊງ່ອນເທືອງຕິ່ນລາວ ເຊັນສັນຍາຮ່ວມມື

153

ໃນວັນທີ 9 ຕຸລາ 2020 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍ “ ການເຊື່ອມຕໍ່ການຊໍາລະຮ່ວມກັນ ” ລະຫວ່າງ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ແລະ ທະນາຄານໄຊງ່ອນເທືອງຕິ່ນລາວ ຈຳກັດ, ຕາງໜ້າລົງນາມໂດຍ ທ່ານ ຟານ ແທັງ ຕວນ ຮອງອໍານວຍການທະນາຄານໄຊງ່ອນເທືອງຕິ່ນລາວ ຈໍາກັດ ແລະ ທ່ານ ເຈິນ ມິງ ດຶກ ຮອງອໍານວຍການ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ຮ່ວມເປັນສັກຂີພິຍານ ໂດຍ ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງທະນາຄານ ແຫ່ງ ສປປ ລາວ, ພ້ອມດ້ວຍພະນັກງານທັງສອງບໍລິສັດ ແລະ ສື່ມວນຊົນເຂົ້າຮ່ວມ.

ການເຊັນສັນຍາໃນຄັ້ງນີ້ ເພື່ອຄົ້ນຄວ້າເຊື່ອມຕໍ່ການຊໍາລະເປີດກວ້າງໃຫ້ປະຊາຊົນ ສາມາດເຂົ້າເຖິງບໍລິການການເງິນ, ການທະນາຄານໃຫ້ສະດວກ, ປອດໄພ, ວ່ອງໄວຍິ່ງຂຶ້ນ ໂດຍສະເພາະລູກຄ້າທີ່ມີບັນຊີກະເປົາເງິນເອີເລັກໂຕຣນິກຢູມັນນີ ( u-money ) ສາມາດໂອນເງິນຈາກບັນຊີໂດຍກົງ, ຖອນເງິນຢູ່ບັນດາຕູ້ ATM, ຊໍາລະຄ່າບໍລິການຕ່າງໆ ໂດຍຜ່ານບັນຊີທະນາຄານໄຊງ່ອນເທືອງຕິ່ນ ລາວ ຈໍາກັດ ໄດ້ ແລະ ລູກຄ້າທີ່ມີບັນຊີທະນາຄານໄຊງ່ອນເທືອງຕິ່ນ ລາວ ຈໍາກັດ ກໍສາມາດໂອນເງິນເຂົ້າບັນຊີກະເປົາເງິນເອເລັກໂຕຣນິກຢູມັນນີ ( u-money ) ໂດຍຈະສະໜອງບໍລິການດັ່ງກ່າວໃນໄວໆນີ້.

ໃນໄລຍະຜ່ານມາ ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ໄດ້ເຊັນສັນຍາຮ່ວມມືກັບບັນດາທະນາຄານໃຫຍ່ໆ ເພື່ອເຊື່ອມຕໍ່ການບໍລິການເຂົ້າຫາທະນາຄານ ເຊັ່ນ: ທະນາຄານ ຫຸ້ນສ່ວນການຄ້າທະຫານ – ສາຂາລາວ, ທະນາຄານຮ່ວມພັດທະນາ, ທະນາຄານເອຊີລີດາ ລາວ ຈໍາກັດ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.

ໃນປັດຈຸບັນຍັງສາມາດໂອນເງິນ ລະຫວ່າງບັນຊີ u-money – ບັນຊີທະນາຄານ ລາວ – ຫວຽດ ແລະ ບັນຊີ u-money – ບັນຊີທະນາຄານມາຣູຮານ ເຈແປນລາວ. ນອກນັ້ນ, ຍັງສາມາດເຊື່ອມຕໍ່ການຊໍາລະຄ່າປະກັນໄພ ລາວ – ຫວຽດ ( LVI ) ແລະ ການເຊັນສັນຍາຮ່ວມມືໃນຄັ້ງນີ້ກໍເປັນຂີດໝາຍສໍາຄັນທີ່ຊ່ວຍສ້າງລະບົບການເງິນດິຈິຕອລຜ່ານມືຖືໃນລາວ ໃຫ້ມີ ຄວາມສະດວກສະບາຍຫຼາຍຍິ່ງຂຶ້ນ ເຊິ່ງ u-money ຈະບໍ່ຢຸດຢັ້ງໃນການພັດທະນາການບໍລິການ ເພື່ອເພີ່ມຄວາມສະດວກສະບາຍໃຫ້ຜູ້ຊົມໃຊ້.

ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ ( u-money ) ເປັນບໍລິສັດລູກຂອງ ບໍລິສັດ ສະຕາໂທລະຄົມ ເຊິ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເງິນເອເລັກໂຕຣນິກ; ບໍລິການ u-money ເປັນບໍລິສັດທໍາອິດໃນ ສປປ ລາວ ທີ່ສາມາດໃຫ້ບໍລິການຜ່ານລະບົບມືຖື ສາມາດເຮັດການຊໍາລະຄ່າບໍລິການໂອນເງິນ – ຖອນເງິນອອກເປັນເງິນສົດ ໂດຍຜ່ານລະບົບມືຖືສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າທີ່ນໍາໃຊ້ມືຖືໃນທົ່ວປະເທດ ໂດຍຜ່ານເຄືອຂ່າຍຂອງຢູນີເທວ ຈໍານວນຜູ້ໃຊ້ຫຼາຍກວ່າ 3 ລ້ານ ເລກໝາຍແມ່ນສາມາດນໍາໃຊ້ຢູມັນນີໃນການຊໍາລະຄ່າບໍລິການຂອງຢູນີເທວ ແລະ ຍັງໄດ້ຮັບສ່ວນຫຼຸດພິເສດ ເມື່ອຊໍາລະຜ່ານຢູມັນນີ. ບໍລິການຢູມັນນີຈະຊ່ວຍອໍານວຍຄວາມສະດວກດ້ານການເງິນແກ່ປະຊາຊົນລາວງ່າຍຂຶ້ນເຂົ້າເຖິງການຖອນເງິນ – ໂອນເງິນໄດ້ທົ່ວເຖິງ, ປະຊາຊົນຮູ້ນໍາໃຊ້ການເງິນແບບດິຈິຕອລໃນຕົວ, ສ້າງຄວາມສະດວກ ວ່ອງໄວ ແລະ ປອດໄພ ໂດຍສະເພາະແມ່ນປະຊາຊົນທີ່ດໍາລົງຊີວິດຢູ່ຕ່າງແຂວງຫ່າງໄກສອກຫຼີກ.