ມື້ດຽວຕົວເລກຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກມີຫຼາຍກວ່າ 280.000 ຄົນ, ແຕ່ ສປປ ລາວ ແມ່ນບໍ່ມີຜູ້ຕິດເຊື້ອໃໝ່

117

ສະພາບການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 13 ຕຸລາ 2020, ສປປ ລາວ ບໍ່ມີຜູ້ຕິດເຊື້ອໃໝ່ ແຕ່ຕົວເລກຜູ້ຕິດເຊື້ອໃນທົ່ວໂລກແມ່ນຍັງມີເພີ່ມຂຶ້ນເລື່ອຍໆ ເຊິ່ງໃນມື້ດຽວມີຜູ້ຕິດເຊື້ອຫຼາຍກວ່າ 280.000 ຄົນ.

ໃນວັນທີ 13 ຕຸລາ 2020 ທີ່ ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 12 ຕຸລາ 2020; ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ແມ່ນບໍ່ໄດ້ຮັບລາຍງານຜູ້ເດີນທາງເຂົ້າມາ ສປປ ລາວ ຜ່ານຈຸດຜ່ານແດນຕ່າງໆ ຈາກກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ເຮັດໃຫ້ປະຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທັງໝົດ 35 ສູນ ແລະ ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.544 ຄົນ.

ສ່ວນການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 12 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 607 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 211 ຕົວຢ່າງ, ແຮງງານຈີນ 382 ຕົວຢ່າງ, ແຮງງານຫວຽດນາມ 10 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 3 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 1 ຕົວຢ່າງ; ເຊິ່ງຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 12 ຕຸລາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສຳລັບຜູ້ຕິດເຊື້ອນ້ຳເບີ 23 ແມ່ນຍັງພົບເຊື້ອຢູ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 12 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 58.685 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ. ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ, ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ກໍລະນີທີ 23 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ສະພາບການລະບາດຂອງພະຍາດ COVID-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ ຮອດວັນທີ 13 ຕຸລາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 214 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 38.012.424 ຄົນ; ເສຍຊິວິດ 1.084.707 ຄົນ ເຊິ່ງກວມເອົາ 2,85 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວຫາຍດີ 28.557.839 ຄົນ ເຊິ່ງກວມເອົາ 75,1 % ຂອງຜູ້ຕິດເຊື້ອທັງໝົດ.

ທ່ານໄດ້ກ່າວຕື່ມວ່າ: ບັນຫາສຳຄັນແມ່ນ ການລາຍງານຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຈາກທົ່ວໂລກ ຍັງມີທ່າອ່ຽງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈຶ່ງຂໍຮຽກຮ້ອງຈາກທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນປົກປ້ອງຕົນເອງ ແລະ ຄົນໃນຄອບຄົວຂອງທ່ານ ໂດຍການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ເປັນຕົ້ນ ການລ້າງມືເລື້ອຍໆ ໂດຍໃຊ້ສະບູ່ ແລະ ນ້ຳສະອາດ ຫຼື ເຈລລ້າງມືທີ່ປະສົມເຫຼົ້າ, ຮັກສາໄລຍະຫ່າງໃນສັງຄົມ, ໃສ່ຜ້າປິດປາກດັງ ເມື່ອໄປສະຖານທີ່ ທີ່ມີຜູ້ຄົນແອອັດ, ບໍ່ເອົາມືສຳຜັດຕາ, ດັງ ຫຼື ປາກ, ເມື່ອທ່ານໄອຈາມ ຄວນໃຊ້ແຂນພັບຂໍ້ສອກປິດປາກ, ກິນຮ້ອນໃຊ້ບ່ວງກາງ ແລະ ໄປພົບແພດ ເມື່ອທ່ານຮູ້ສຶກບໍ່ສະບາຍ; ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອຫຼຸດຜ່ອນ ແລະ ສະກັດກັ້ນການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ.