ບານເຕະທົ່ວປະເທດ ຊີງຂັນວັນຊາດ ທຸກໆແຂວງຈະຕ້ອງໃຊ້ຄູຝຶກ C ລາຍເຊັນຂຶ້ນໄປ ໃຊ້ 6 ສະໜາມແຂ່ງ

153

ຖືເປັນການຍົກລະດັບການແຂ່ງຂັນບານເຕະໃນ ສປປ ລາວ ຂຶ້ນໄປອີກຂັ້ນ ສໍາລັບການແຂ່ງຂັນບານເຕະທົ່ວປະເທດ ຊີງຂັນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ລະຫວ່າງວັນທີ 7-21 ພະຈິກ 2020. ດ້ານສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ອອກກົດລະບຽບຄູຝຶກຂອງແຕ່ລະແຂວງຈະຕ້ອງມີລະດັບ C ລາຍເຊັນຂຶ້ນໄປ ແລະ ການແຂ່ງຂັນຈະໃຊ້ 6 ສະໜາມ.

ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນກະຊວງສຶກສາທິການ ແລະ ກີລາ ໃຫ້ທັດສະນະຕໍ່ລາຍການນີ້ວ່າ: ລາຍການນີ້ເປັນລາຍການຕໍ່ຈາກຫຼາຍໆປີທີ່ຜ່ານມາ ກໍຕ້ອງຂໍຊົມເຊີຍ ສຕລ ທີ່ສາມາດຟື້ນຄືນໄດ້ ແນ່ນອນວ່າມັນເປັນລາຍການທີ່ໃຫຍ່ທີ່ສຸດໃນລະດັບປະເທດ ເບິ່ງຈາກເງິນລາງວັນ. ນອກນັ້ນ, ກໍຍັງສາມາດເຕົ້າໂຮມນັກກີລາ ແລະ ສາມາດເປັນບ່ອນພັດທະນານັກກີລາໃນຂອບເຂດທົ່ວປະເທດ ເຊິ່ງເປັນຍຸດທະສາດການພັດທະນາຫຼັກຂອງ ສະຫະພັນບານເຕະແຫ່ງຊາດລາວ ແລະ ນອນຢູ່ໃນຍຸດທະສາດການພັດທະນາຂອງລາວ ກໍຄືກະຊວງສຶກສາທິການ ແລະ ກີລາ

ຂະນະທີ່ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ສໍາພາດກັບ ສື່ມວນຊົນໃນທ້າຍອາທິດທີ່ຜ່ານມາວ່າ: ການແຂ່ງຂັນແມ່ນຈະມີຂຶ້ນໃນທຸກໆມື້ໃນລະຫວ່າງວັນທີ 7-21 ຕຸລາ 2020 ໂດຍ ສຕລ ຈະອໍານວຍຄວາມສະດວກທີ່ພັກ, ຄ່າເດີນທາງ, ຄ່າອາຫານ ແລະ ອື່ນໆໃຫ້ກັບ ທີມທີ່ເຂົ້າຮ່ວມການແຂ່ງຂັນ ແລະ ຈະຈັດວາງຄູຝຶກທີມຊາດລາວ ໃນການຕິດຕາມຄັດເລືອກນັກເຕະຈາກຄູຝຶກ ກຽມພ້ອມໃສ່ ທີມຊາດລາວ ໃນປີ 2021 ທີ່ມີລາຍການແຂ່ງຂັນຫຼາຍລໍຖ້າຢູ່.

ອີກຢ່າງໜຶ່ງ ກົດລະບຽບໃນລາຍການນີ້ ທຸກທີມທີ່ເຂົ້າຮ່ວມການແຂ່ງຂັນ ຈະຕ້ອງໃຊ້ ຄູຝຶກ ລະດັບ C ລາຍເຊັນຂຶ້ນໄປ ແນ່ນອນວ່າໃນບາງແຂວງແມ່ນຍັງບໍ່ມີ. ດັ່ງນັ້ນ ທາງສະຫະພັນແຫ່ງຊາດລາວ ຈິ່ງອໍານວຍຄວາມສະດວກໃນການກຽມຄູຝຶກໃຫ້ກັບ ແຕ່ລະແຂວງ ທີ່ຕ້ອງການໄວ້ໃຫ້ພຽງພໍ; ປັດຈຸບັນແມ່ນມີບາງແຂວງຕິດຕໍ່ມາແລ້ວ, ສ່ວນເງື່ອນໄຂນັກກີລາ ຜູ້ທີ່ຫຼິ້ນໃນ ເປບຊີ ລາວລີກ 1 ແມ່ນບໍ່ສາມາດລົງແຂ່ງຂັນໃນລາຍການນີ້.

ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວອີກວ່າ: ສະໜາມສໍາລັບການແຂ່ງຂັນໃນລາຍການນີ້ແມ່ນຈະໃຊ້ເຖິງ 6 ສະໜາມໃນນະຄອນຫຼວງວຽງຈັນ ໂດຍສະເພາະທີ່ຜ່ານແລ້ວກໍມີ ສະໜາມກີລາແຫ່ງຊາດ ຫຼັກ 16 ທີ່ມີ 2 ສະໜາມ ( ສະໜາມໃນ ແລະ ສະໜາມນອກ ) ແລະ 2 ສະໜາມແມ່ນໃຊ້ສະໜາມຫຍ້າທຽມ ຂອງສະຫະພັນບານເຕະແຫ່ງຊາດລາວ, ສ່ວນອີກ 2 ສະໜາມແມ່ນຈະໃຊ້ ສະໜາມ ມະຫາວິທະຍາໄລແຫ່ງຊາດ ແລະ ສະໜາມກີລາ ກອງທັບ ເຊິ່ງປັດຈຸບັນແມ່ນໄດ້ຕົກລົງກັນແລ້ວ ເຫຼືອພຽງການປັບປຸງ ແລະ ລົງກວດສອບໃຫ້ໄດ້ມາດຕະຖານ.

ການແຂ່ງຂັນລາຍການນີ້ມີທັງໝົດ 26 ທີມເຂົ້າຮ່ວມການແຂ່ງຂັນ ແບ່ງເປັນທີມຊາຍ 18 ທີມ ( 1 ນະຄອນຫຼວງ ແລະ 17 ແຂວງ ), ສ່ວນທີມຍິງມີ 8 ທີມ ( 1 ນະຄອນຫຼວງ ແລະ 7 ແຂວງ) ໂດຍຜົນຈັບສະຫຼາກມີດັ່ງນີ້:
#ທີມຊາຍ:
-ສາຍ ກ: ແຂວງຄໍາມ່ວນ, ສາລະວັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ
-ສາຍ ຂ: ແຂວງຈໍາປາສັກ, ອຸດົມໄຊ, ແຂວງວຽງຈັນ, ຜົ້ງສາລີ ແລະ ແຂວງເຊກອງ

-ສາຍ ຄ: ແຂວງຫຼວງນໍ້າທາ, ໄຊຍະບູລີ ,ຫຼວງພະບາງ ແລະ ແຂວງອັດຕະປື
-ສາຍ ງ: ແຂວງສະຫວັນນະເຂດ, ບໍ່ແກ້ວ, ບໍລິຄໍາໄຊ ແລະ ແຂວງຫົວພັນ

#ທີມຍິງ:
-ສາຍ ກ: ແຂວງຊຽງຂວາງ, ຈຳປາສັກ, ວຽງຈັນ ແລະ ແຂວງໄຊຍະບູລີ
-ສາຍ ຂ: ແຂວງສະຫວັນນະເຂດ, ອຸດົມໄຊ, ຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ