ວິທີເຮັດ “ໄຂ່ລູກເຂີຍ” ເມນູເຮັດງ່າຍ ສົ້ມຫວານຖືກໃຈ ກິນໄດ້ທັ້ງຄອບຄົວ

423

ໄຂ່ແດງເຢີ້ມໆ ຈາກໄຂ່ເປັດໜ່ວຍໃຫຍ່ ກັບນ້ຳຊ໊ອດສາມລົດ, ຫວານ, ສົ້ມ, ເຄັມ ກິນກັບເຂົ້າຮ້ອນໆ ພ້ອມຫອມຈຽວຫອມໆ ບອກເລີຍວ່າເອົາຍັງມາແລກກາບໍ່ຍອມ! ກັບເມນູ “ ໄຂ່ລູກເຂີຍ ” ກຽມໄຂ່ເປັດໃຫ້ພ້ອມແລ້ວລົງມືເຮັດພ້ອມກັນເລີຍ.

ວັດຖຸດິບ

ໄຂ່ເປັດ 8 ໜ່ວຍ

ນ້ຳມັນສຳລັບຈືນ

ນ້ຳໝາກຂາມປຽກ ¼ ຖ້ວຍ

ນ້ຳຕານປິດ 3 ບ່ວງແກງ

ນ້ຳປາ 2 ບ່ວງແກງ

ໝາກເຜັດແຫ້ງທອດສຳລັບໂຮຍໜ້າ

ຫອມຈຽວສຳລັບໂຮຍໜ້າ

ຫອມປ້ອມສຳລັບໂຮຍໜ້າ

ວິທີເຮັດ

ຂັ້ນຕອນທີ 1 ຕົ້ມ + ຈືນໄຂ່

-ຕົ້ມໄຂ່ເປັດເປັນເວລາ 8 ນາທີ ແລ້ວນຳຂຶ້ນໄປແຊ່ນ້ຳເຢັນປອກເປືອກກຽມໄວ້.

-ຕັ້ງໝໍ້ໃສ່ນ້ຳມັນລົງໄປເຮັດໄຟຮຮ້ອນ ນຳໄຂ່ເປັດທີ່ຄົ້ມກຽມໄວ້ລໄງໄປທອດຈັນເຫຼືອງ ແລ້ວຍົກຂຶ້ນພັກໄວ້.

ຂັ້ນຕອນທີ 2 ເຮັດນ້ຳຊ໊ອດ

-ຕັ້ງໝໍ້ພໍຮ້ອນ ໃສ່ນ້ຳໝາກຂາມປຽກ ນ້ຳຕານປິດ ແລະ ນ້ຳປາລົງໄປປະສົມໃຫ້ເຂົ້າກັນຈົນນ້ຳຕານລະລາຍໝົດຈາກນັ້ນຄົນຕໍ່ຈົນນ້ຳຂົ້ນ.

ຂັ້ນຕອນທີ 3 ກຽມເສີບ

-ນຳໄຂ່ເປັດທີ່ທອດກຽມໄວ້ມາຜ່າເຄິ່ງຈັດໃສ່ຈານ ລາດດ້ວຍນ້ຳຊ໊ອດໃຫ້ທົ່ວ ແລ້ວໂຮຍຫອມຈຽວ, ຫອມປ້ອມ ແລະ ໝາກເຜັດແຫ້ງທອດ.