ທ່າພະບາດ – ປາກງື່ມ ແລກປ່ຽນບົດຮຽນການພັດທະນາເສດຖະກິດ – ສັງຄົມ

184

ກອງປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດ ການພັດທະນາເສດຖະກິດ – ສັງຄົມ ລະຫວ່າງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ 2020 ຢູ່ຫ້ອງປະຊຸມປົກຄອງເມືອງປາກງື່ມ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ ແລະ ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ, ມີບັນດາທ່ານໃນຄະນະນຳທັງ 2 ເມືອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານການພັດທະນາເສດຖະກິດ – ສັງຄົມຂອງທັງສອງເມືອງ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍແຕ່ລະຂົງເຂດວຽກງານ ກໍໄດ້ປະກອບຄໍາຄິດຄໍາເຫັນໃນແຕ່ລະວຽກງານ ຄື: ວຽກງານກໍ່ສ້າງພັກ – ພະນັກງານ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນະທໍາ – ສັງຄົມ ແລະ ວຽກງານອື່ນໆຢ່າງກົງໄປກົງມາ. ທັງນີ້, ກໍເພື່ອເຫັນໄດ້ຈຸດເດັ່ນຂອງແຕ່ລະເມືອງທີ່ໄດ້ຮັບການພັດທະນາ ເພື່ອຈະໄດ້ນຳໄປເປັນບົດຮຽນໃນການຈັດຕັ້ງປະຕິບັດ.

ຫຼັງຈາກສໍາເລັດກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ທ່ານປະທານສະເໜີໃຫ້ແຕ່ລະຂົງເຂດຈົ່ງພ້ອມກັນເອົາໃຈໃສ່ສົມທົບປະສານງານກັນ ໂດຍສະເພາະການພັດທະນາເສດຖະກິດ – ສັງຄົມ ເພື່ອເຮັດແນວໃດໃຫ້ 2 ເມືອງ ໄດ້ຮັບການພັດທະນາໄປພ້ອມໆກັນ.