ເມນູອາຫານເຈ “ຂົ້ວເສັ້ນລ້ອນ”

176

ເມນູຂົ້ວເສັ້ນລ້ອນເຈຈະມີຂາຍຢູ່ໃນຊ່ວງເທດສະການກິນເຈຢູ່ແລ້ວ ແຕ່ລົດຊາດຈະຖືກປາກ ຫຼື ບໍ່ນັ້ນກໍເປັນອີກເລື່ອງໜຶ່ງ ຈະໃຫ້ດີ ຖ້າຫາກມີສູດໃຫ້ຄົນທີ່ມັກອາຫານເຈໄດ້ລອງເຮັດກິນເອງ ແລະ ບໍ່ຕ້ອງຖ້າໃຫ້ເຖິງເທດສະການກິນເຈກໍສາມາດເຮັດເມນູນີ້ໄດ້.

ສ່ວນປະສົມຂອງເມນູ

ເສັ້ນລ້ອນຫໍ່ນ້ອຍ 1 ຫໍ່

ໝາກຫຸ່ງຂູດເປັນເສັ້ນ 1 ກຳມື

ເຫັດຟາງ 5 ດອກ

ເຫັດຫອມແຫ້ງ 3 ດອກ

ຜັກກາດຊອຍ 2 ໃບ

ແຄລອດຊອຍບາງໆ (ເພີ່ມສີສັນ)

ສະອິ້ວດຳ 1 ບ່ວງຊາ

ສະອິວຂາວ 1 ບ່ວງຊາ

ນ້ຳມັນພືດ 2 ບ່ວງແກງ

ນ້ຳຕານຊາຍ 2 ບ່ວງຊາ

ຊອດເຫັດຫອມ 2 ບ່ວງແກງ

ຜົງປຸງລົດຊາດເຫັດຫອມ 1 ບ່ວງຊາ

ວິທີປຸງແຕ່ງ

1 ເອົາເສັ້ນລ້ອນໄປແຊ່ນ້ຳໃຫ້ອ່ອນ ແລະ ແຊ່ເຫັດຫອມແຫ້ງ ພໍໃຫ້ອ່ອນແລ້ວຕັດຂວັ້ນແລ້ວຊອຍເປັນເສັ້ນຍາວ ໆ.

2 ຕັ້ງໝໍ້ກະທະໃສ່ນ້ຳມັນໃຫ້ຮ້ອນ ໃສ່ເສັ້ນລ້ອນລົງໄປຂົ້ວຈົນເສັ້ນເລີ່ມໃສ ໃສ່ຜັກທັງໝົດລົງໄປ ຕາມດ້ວຍເສັ້ນ ໝາກຫຸ່ງ ປຸງລົດຊາດ ຕາມໃຈມັກ ຂົ້ວໃຫ້ເຂົ້າກັນ ພ້ອມຕັກໃສ່ຈານເສີບໄດ້ເລີຍ.