ຕາມຄາດ! ລາວໂຕໂຢຕ້າ ເອັຟຊີ ຊະນະ ວຽງຈັນ ເອັຟທີ 2-0 ປ້ອງກັນແຊັມລາວລີກ

90

ລາວໂຕໂຢຕ້າ ເອັຟຊີ ຄວ້າແຊັມເປັນທີ່ແນ່ນອນແລ້ວ ຫຼັງຈາກທີ່ເອົາຊະນະ ວຽງຈັນ ເອັຟທີ ສະບາຍໆ 2-0 ໃນການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2020 ປະຈໍາວັນທີ 27 ກັນຍາ 2020 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16.

ນັດດັ່ງກ່າວ ລາວໂຕໂຢຕ້າ ເອັຟຊີ ໄດ້ປະຕູຂຶ້ນນໍາ 1-0 ຈາກການໂໝ່ງຂອງ BAMBA ໃນໄລຍະຕໍ່ເວລາເຄິ່ງທໍາອິດ ກ່ອນທີ່ ພິທັກ ກອງມະທິລາດ ຈະມາຍິງປະຕູໄຊນາທີໆ 64 ໃຫ້ ລາວໂຕໂຢຕ້າ ເອັຟຊີ ເອົາຊະນະໄປ 2-0.

ເຮັດໃຫ້ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊັມເປັນທີ່ແນ່ນອນແລ້ວ ເພາະເກັບເພີ່ມເປັນ 26 ຄະແນນ ໜີຫ່າງອັນດັບ 2 ມາສເຕີ 7 ທີ່ມີພຽງ 19 ຄະແນນຈາກ 10 ນັດເທົ່າກັນ ເຫຼືອພຽງ 2 ນັດ