ເມືອງກະລຶມ ໄດ້ຮັບຜົນເສຍຫາຍຈາກພາຍຸໂນອຶນ ເກືອບ 2 ຕື້ກີບ

131

ທ່ານ ວັນໄຊ ຈັນທະຍັບ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງກະລຶມ ແຂວງເຊກອງ ກ່າວວ່າ: ວັນທີ 18 – 20 ກັນຍາ 2020 ເກີດຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ເກີດເຫດການນໍ້າໄຫຼຊຸ, ນໍ້າຫຼາຍສາຍເພີ່ມຂຶ້ນກະທັນຫັນ ແລະ ໄຫຼຖ້ວມ ພ້ອມທັງຊຸເອົາເຮືອນ, ພື້ນທີ່ທໍາການຜະລິດ ແລະ ເສັ້ນທາງຄົມມະນາຄົມເສຍຫາຍຢ່າງຫຼວງຫຼາຍ ໂດຍສະເພາະຢູ່ບັນດາບ້ານເຂດຊາຍແດນລາວ – ຫວຽດນາມ.

ດັ່ງນັ້ນ, ອົງການປົກຄອງເມືອງ ແລະ ຄະນະກຳມະການ ຄພບ ເມືອງ ໄດ້ແຕ່ງຕັ້ງພະນັກງານໄປຊ່ວຍເຫຼືອປະຊາຊົນທີ່ຖືກກະທົບທັງເກັບກຳຂໍ້ມູນຜົນເສຍຫາຍເບື້ອງຕົ້ນ ເຊິ່ງພົບວ່າ: ປະຊາຊົນບ້ານໂກຣ ຖືກນ້ຳຫ້ວຍອາຣາງໄຫຼຊຸເອົາປະຊາຊົນສູນຫາຍ 1 ຄົນ. ຂະນະທີ່ນໍ້າຫ້ວຍປະຍາງໄຫຼເຂົ້າຖ້ວມ ແລະ ຊຸເຮືອນປະຊາຊົນບ້ານປະນອນ ໄຫຼໄປນໍານໍ້າປ່າ ຈໍານວນ 2 ຫຼັງ, ຖຽງນາ 5 ຫຼັງ, ເຮືອນເພ 5 ຫຼັງ, 22 ຄອບຄົວ ແລະ ປະຊາຊົນເດືອດຮ້ອນ 120 ຄົນ ຍິງ 45 ຄົນ.

ນອກນີ້, ເຫດການດັ່ງກ່າວຍັງກະທົບຕໍ່ການຜະລິດ ໂດຍສະເພາະເນື້ອທີ່ນາເສຍຫາຍ 7 ເຮັກຕາ, ຊົນລະປະທານ 12 ແຫ່ງ, ນ້ຳລິນ 1 ບໍ່, ໂຮງຮຽນ 1 ຫຼັງ ລວມມູນຄ່າເສຍຫາຍ 1,9 ຕື້ກວ່າກີບ.

ສ່ວນຂົວຫ້ວຍອາຈິງ, ຫ້ວຍອາຣາງ ບ້ານໂກຣ ແຕກ ແລະ ຫັກ, ຂົວບ້ານຕະລ໋ອງ ຫັກເພ ແລະ ເສັ້ນທາງ 7511 ແຕ່ເມືອງຫາບ້ານໂກຣ ຖືກດິນເຊາະເຈື່ອນຖົມ ເຊິ່ງເຮັດໃຫ້ບໍ່ສາມາດສັນຈອນທາງລົດໄດ້.

( ຂໍ້ມູນ – ຮູບ: ອັດສະວິນ ແສງສີຈັນ )