8 ເຕັກນິກຮຽນດີ ສຳລັບນັກສຶກສາມະຫາວິທະຍາໄລ

180

ເມື່ອຜ່ານໄລຍະສະໄໝມັດທະຍົມປາຍມາແລ້ວ ກໍຖືວ່າໄດ້ກ້າວເຂົ້າສູ່ອີກໄລຍະໜຶ່ງການຮຽນທີ່ຈະຕ້ອງເລືອກຮຽນໃນສິ່ງທີ່ມັກ ແລະ ຕ້ອງການເຮັດໃນອະນາຄົດ ນັ້ນກໍຄື “ ມະຫາວິທະຍາໄລ ” ແຕ່ການຮຽນມະຫາວິທະຍາໄລກໍເປັນເລື່ອງຍາກທີ່ຈະເຮັດໃຫ້ຄະແນນອອກມາດີເໝືອນຕອນຮຽນຊັ້ນມັດທະຍົມ ເພາະມີຄວາມແຕກຕ່າງກັນຫຼາຍ ບາງຄົນກໍອາດຈະປັບຕົວບໍ່ທັນ ເຮັດໃຫ້ມີຜົນການຮຽນບໍ່ໄດ້ດີ. ນີ້ຄື 8 ເຄັດລັບຮຽນດີ ສຳລັບນັກສຶກສາມະຫາວິທະຍາໄລ ຄື:

  1. ຕ້ອງຮູ້ກ່ອນວ່າຕົວເອງມັກສາຍໃດ ຕ້ອງລອງສຳຫຼວດຕົວເອງກ່ອນວ່າມັກຫຍັງ ແລ້ວຈຶ່ງເລືອກຮຽນໃນສິ່ງທີ່ມັກ ພຽງເທົ່ານີ້ກໍຈະເຮັດໃຫ້ມີຜົນການຮຽນທີ່ດີຕາມທີ່ໄດ້ຄາດຫວັງເອົາໄວ້ ເພາະໄດ້ຮຽນໃນສິ່ງທີ່ມັກກໍຈະຊ່ວຍເຮັດໃຫ້ຢາກຮຽນຫຼາຍຂຶ້ນ ຮຽນແລ້ວມີ ຄວາມສຸກມ່ວນໄປກັບການຮຽນ.
  2. ເລືອກຮຽນວິຊາຜ່ອນຄາຍ ນອກຈາກທີ່ຈະຮຽນໃນສິ່ງທີ່ມັກແລ້ວ ອີກໜຶ່ງຢ່າງທີ່ຄວນຮູ້ ຄື: ໃນເມື່ອຮຽນວິຊາການໄປແລ້ວກໍຄວນທີ່ຈະຫາວິຊາຮຽນທີ່ບໍ່ແມ່ນວິຊາການທີ່ຈະຊ່ວຍເຮັດໃຫ້ໄດ້ຜ່ອນຄາຍ ເພາະຊີວິດບໍ່ໄດ້ຢູ່ໃນຕຳລາຮຽນພຽງຢ່າງດຽວຄວນອອກມາຫາປະສົບການຈິງ.
  3. ຢ່າປ່ອຍວຽກຄ້າງ ( ວຽກບ້ານ ) ຕາມວຽກໃຫ້ທັນ ເນື່ອງຈາກວ່າຄະແນນເກັບນັ້ນກໍສຳຄັນກັບຄະແນນສອບກາງພາກ ຫຼື ທ້າຍພາກຮຽນເຊັ່ນກັນ.
  4. ພັກຜ່ອນຢ່າຫັກໂຫມຈົນເກີນໄປ ບໍ່ແມ່ນວ່າການອ່ານປຶ້ມແບບຈັດເຕັມໄລຍະໃກ້ສອບເສັງຈະຊ່ວຍໄດ້ສະເໝີໄປ ເພາະຄວາມຈິງແລ້ວຄວນອ່ານປຶ້ມມາຕະຫຼອດການຮຽນ ແລະ ກ່ອນສອບເສັງຄືການທົບທວນເນື້ອຫາ ແລ້ວກໍຄວນທີ່ຈະແບ່ງເວລາພັກຜ່ອນ ເຊັ່ນ: ເຮັດກິດຈະກຳຕ່າງໆທີ່ມະຫາວິທະຍາໄລຈັດຂຶ້ນ ຫຼື ອອກກຳລັງກາຍ, ນອນຫຼັບ ຫຼື ເຮັດສິ່ງທີ່ຕາມໃຈຕົວເອງເຮັດແລ້ວຮູ້ສຶກສະບາຍບໍ່ຄຽດ.
  5. ບໍ່ຈຳເປັນຕ້ອງເກັ່ງທຸກວິຊາ ແຕ່ຕ້ອງເກາະກຸ່ມຄະແນນດີຂອງທຸກວິຊາ ຢ່າໃຫ້ຄວາມສຳຄັນກັບການທີ່ເຮົາຕ້ອງມີຄະແນນດີໃນທຸກວິຊາທີ່ຮຽນ ເພາະບໍ່ສະເໝີໄປທີ່ຄົນໄດ້ຄະແນນດີແລ້ວຈະເປັນຄົນເກັ່ງ ແຕ່ຄົນທີ່ເອົາຕົວລອດໃຊ້ຊີວິດໄດ້ໃນສັງຄົມຕ່າງຫາກຄືຄົນເກັ່ງ.
  6. ແບ່ງປັນຄວາມຮູ້ໃຫ້ຄົນອື່ນ ການທີ່ເຮົາແບ່ງປັນຄວາມຮູ້ກັບຄົນອື່ນນອກຈາກຄົນອື່ນຈະໄດ້ປະໂຫຍດແລ້ວ ຕົວເຮົາເອງກໍໄດ້ປະໂຫຍດເຊັ່ນກັນເໝືອນເປັນການເຊັກຕົວເອງວ່າຮູ້ແທ້ ຫຼື ບໍ່ ແລະ ຍັງເປັນການທົບທວນຄວາມຮູ້ໄປໃນຕົວ.
  7. ຮູ້ຕົວຢູ່ສະເໝີວ່າກຳລັງຮຽນເລື່ອງຫຍັງຢູ່ ເວລາເຂົ້າຮຽນກໍຄວນທີ່ຈະຕັ້ງໃຈຮຽນບໍ່ເຮັດຢ່າງອື່ນໃນເວລາຮຽນ ເພາະຈະເຮັດໃຫ້ເຮົານຳທີ່ອາຈານສອນບໍ່ທັນ ແລ້ວກໍຈະບໍ່ຮູ້ວ່າກຳລັງຮຽນຫຍັງຢູ່ ເຊິ່ງບາງເນື້ອຫາອາດຈະບໍ່ມີຢູ່ປຶ້ມຮຽນ ເປັນເນື້ອຫາທີ່ອາຈານສອນເພີ່ມເຂົ້າມາກໍຈະສົ່ງຜົນໃຫ້ເຮົາຈົດ ຫຼື ຈື່ບໍ່ໄດ້.
  8. ມີເປົ້າໝາຍສຸດທ້າຍຢ່າລືມຕັ້ງເປົ້າໝາຍເອົາໄວ້ ເພາະຖ້າເຮົາບໍ່ມີເປົ້າໝາຍໃນການຮຽນກໍຈະເຮັດໃຫ້ເຮົາບໍ່ມີຄວາມຢາກຮຽນບໍ່ສົນໃຈຮຽນ. ດັ່ງນັ້ນ, ການຕັ້ງເປົ້າໝາຍກໍຈະຊ່ວຍເຮົາມີແຮງບັນດານໃຈໃນການຮຽນຫຼາຍຍິ່ງຂຶ້ນ.

ທີ່ມາ: https://campus.campus-star.com/variety/21819.html