ການລຸ້ນຕໍາແໜ່ງດາວຍິງສູງສຸດສະໄໝທີ 2 ຂອງ ແກ້ວວຽງເພັດ ບໍ່ງ່າຍເມື່ອ ຄອສຕາ ຟອມຮ້ອນແຮງ

75

ມາຮອດປັດຈຸບັນຕ້ອງຍອມຮັບການລຸ້ນຕໍາແໜ່ງດາວຍິງສູງສຸດໃນ ເປບຊີ ລາວລີກ 1 (ລີກສູງສຸດຂອງ ສປປ ລາວ ) ສະໄໝທີ 2 ຕິດຕໍ່ກັນຂອງ ແກ້ວວຽງເພັດ ລິດທິເດດ ກອງໜ້າຂອງ ມາສເຕີ 7 ເອັຟຊີ ບໍ່ແມ່ນເລື່ອງງ່າຍ ເນື່ອງຈາກຟອມຂອງ ໂກເມສ ຄອສຕ້າ ( LAECIO GOMES COSTA ) ກອງໜ້າຊາວບຣາຊິນຂອງ ລາວໂຕໂຢຕ້າ ເອັຟຊີ ຮ້ອນແຮງຫຼາຍ ຫຼ້າສຸດຍິງໄດ້ 9 ປະຕູເທົ່າກັນແລ້ວ.

ໃນຮອບຂາໄປ ແກ້ວວຽງເພັດ ຟອມຮ້ອນແຮງຍິງໄປເຖິງ 8 ປະຕູຂຶ້ນນໍາດາວຍິງສູງສຸດໃນລາວລີກ 1 ລະດູການ 2020 ພ້ອມພາ ມາສເຕີ 7 ເອັຟຊີ ຢຶດອັນດັບ 2 ຂອງຕາຕະລາງຄະແນນລວມຢ່າງໜ້ຽວ ແໜ້ນ ພ້ອມກັບໄລ່ຈີ້ທີມນໍາຕາຕະລາງຢ່າງ ລາວໂຕໂຢຕ້າ ເອັຟຊີ ເກັບໂອກາດບຽດລຸ້ນແຊັມຕໍ່ໄປ.

ແຕ່ໃນຮອບຂາກັບຟອມຂອງ ແກ້ວວຽງເພັດ ບໍ່ຄົງເສັ້ນຄົງວາ ຍິງປະຕູບໍ່ໄດ້2 ນັດຕິດຕໍ່ກັນ ຈົນນັດຫຼ້າສຸດກັບມາຍິງໄດ້ 1 ປະຕູຊ່ວຍໃຫ້ກັບ ມາສເຕີ 7 ເອັຟຊີ ສະເໝີກັບ ວຽງຈັນ ເອັຟຊີ ເມື່ອອາທິດທີ່ຜ່ານມາ ເຮັດໃຫ້ ມາສເຕີ 7 ເອັຟຊີ ມີໂອກາດລຸ້ນແຊັມຮິບຮີ່ລົງເລື້ອຍໆ ຫຼັງສະເໝີໄປແລ້ວ 4 ນັດ ( ຮອບຂາກັບສະເໝີ 2 ນັດແລ້ວ ) ແລະ ຊະນະ 5 ນັດຕາມຫຼັງທີມນໍາຢູ່ 4 ຄະແນນ.

ຢ່າງໃດກໍຕາມ, ປັດຈຸບັນ ແກ້ວວຽງເພັດ ຍິງໄປແລ້ວ 9 ປະຕູຢຶດຜູ້ນໍາດາວຍິງສູງສຸດຮ່ວມກັບ ໂກເມສ ຄອສຕ້າ ທີ່ນັດຫຼ້າສຸດເໝົາຄົນດຽວ 3 ປະຕູຊ່ວຍ ລາວໂຕໂຢຕ້າ ເອັຟຊີ ຊະນະ ເອັສຣາ ເອັຟຊີ 4-0 ເຮັດໃຫ້ການລຸ້ນຕໍາແໜ່ງດັ່ງກ່າວມີໂອກາດຕັດສິນເຖິງນັດສຸດທ້າຍ ເພາະເຫຼືອການແຂ່ງຂັນພຽງ 3 ນັດ.

ສ່ວນນັກເຕະຄົນອື່ນທີ່ຍັງມີລຸ້ນດາວຍິງສູງສຸດປັດຈຸບັນມີ: ສຸລິພອນ ໄຊປັນຍາ ກັບ ກີ້ດາວອນ ສຸວັນນີ 2 ນັກເຕະກຈາກ ປກສ ເອັຟຊີ ທີ່ສາມາດຍິງໄດ້ 7 ປະຕູ; ນອກນັ້ນ ກໍຍັງມີ ກຽງທະວີສັກ ໄຊຊະນະປັນຍາ ກອງໜ້າຂອງ ມາສເຕີ 7 ເອັຟຊີ ທີ່ຟອມເລີ່ມດີຍິງໄດ້ຕໍ່ເນື່ອງຍິງໄດ້ແລ້ວ 6 ປະຕູ.

ສໍາລັບ ແກ້ວວຽງເພັດ ລິດທິເດດ ຄວ້າດາວຍິງສູງສຸດຂອງ ສປປ ລາວ ສະໄໝທໍາອິດໃນປີ 2019 ຮ່ວມກັບ ກາຊູ ໂຮມມະ ດາວຍິງສູງສຸດຕະຫຼອດການຂອງລີກສູງສຸດຂອງ ສປປ ລາວ 5 ສະໄໝ ( 2014, 2015, 2017, 2018 ແລະ 2019 ) ເຊິ່ງທັງ 2 ສາມາດຍິງໄດ້ 14 ປະຕູເທົ່າກັບ ແນ່ນອນວ່າ ປີນີ້ ແກ້ວວຽງເພັດ ມີລຸ້ນອີກຄັ້ງ ຫຼັງຍິງໄປ 9 ປະຕູ, ສ່ວນ ໂຮມມະ ຍິງໄປແລ້ວ 4 ປະຕູ.

ການແຂ່ງຂັນ ເປບຊີ ລາວລີກ 1 ອາທິດນີ້ຈະບໍ່ມີການແຂ່ງຂັນ ເພາະຈະປ່ຽນບັນຍາກາດໄປແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2020 ເຊິ່ງຈະເປັນການແຂ່ງຂັນລະຫວ່າງ ທີມຈາກ ລາວລີກ 1 ແລະ ລາວລີກ 2 ໃນຮອບ 16 ທີມສຸດທ້າຍ.