ອຸຕຸເຕືອນ! 18-19 ກັນຍາ ລະວັງພາຍຸໝຸນເຂດຮ້ອນໂນອຶນ ບຸກ 3ແຂວງນີ້

356

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນໄພພາຍຸໝຸນເຂດຮ້ອນ ໂນອຶນ ເລກທີ 1230/ກອຕທ, ນະຄອນຫຼວງວຽງຈັນ,​ ວັນທີ 16 ກັນຍາ 2020​, ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງໃນແຕ່ລະພາກ ແຕ່ໄລຍະວັນທີ 18 ຫາ 20 ກັນຍານີ້.

ເນື່ອງຈາກວ່າ ພາຍຸໝຸນເຂດຮ້ອນ ໂນອຶນ (Noul) ຫົວທີ່ 11 ປະຈຳປີ 2020 ຊຶ່ງໃນເວລາ 7 ໂມງ 30 ນາທີ
ຂອງວັນທີ 16 ກັນຍາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 13.0 ອົງສາເໜືອ ແລະ ເສັ້ນແວງທີ 117.8 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ. ຄາດຄະເນວ່າ ພາຍຸຫົວນີ້ຈະຂຶ້ນຝັ່ງເຂດ ເມືອງ ດານັງ ຂອງ ສສ ຫວຽດນາມ ໃນຕອນບ່າຍຂອງວັນທີ 18 ກັນຍາ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານແຂວງ ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ໃນຄືນວັນທີ 18 ຫາ ຕອນເຊົ້າວັນທີ 19 ກັນຍາ 2020 ນີ້.​

ຈາກນັ້ນຈະອ່ອນກໍາລັງລົງເປັນພາຍຸດີເປຼຊັນ ແລະ ຍ່ອມຄວາມກົດດັນອາກາດຕໍ່າ ເຄື່ອນທີ່ຜ່ານປະເທດໄທຕາມ
ລຳດັບ. ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18 ຫາ 20 ກັນຍາ 2020 ນີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງ
ພາກເໜືອ, ພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນ້ຳຖ້ວມ,​ ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.