ເປີດສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ

236

ພິທີເປີດສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ ສາຂາແຂວງອຸດົມໄຊ ໄດ້ຈັດຂຶ້ນວັນທີ 11 ກັນຍາຜ່ານມາ ທີ່ສະຖາບັນດັ່ງກ່າວ ເຂົ້າຮ່ວມຂອງ ທ່ານ ຄຳຊ່ຽນ ມິ່ງບຸບຜາ ຫົວໜ້າທະນາຄານ ແຫ່ງ ສປປ ລາວ ສາຂາພາກເໜືອທີ່ແຂວງຫຼວງພະບາງ, ທ່ານ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນ ແຂວງ, ທ່ານ ບົວຈັນ ແກ້ວມະນີ ຮອງຫົວໜ້າທະນາຄານ ແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ.

ທ່ານ ສັນຕິ ອູ໋ສິດທິເດດ ຜູ້ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ ກ່າວວ່າ: ການເປີດສາຂາຢູ່ແຂວງອຸດົມໄຊ ແມ່ນເພື່ອໃຫ້ບໍລິການທາງດ້ານການເງິນ ແລະ ເປີດໂອກາດໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງແຫຼ່ງທຶນທີ່ມີຄວາມເປັນທໍາ, ໂປ່ງໃສ ແລະ ໃຫ້ບໍລິການໄດ້ທັນໃຈ.

ດັ່ງນັ້ນ, ເພື່ອເປັນການຊຸກຍູ້ ແລະ ພັດທະນາເສດຖະກິດຄອບຄົວໃຫ້ດີຂຶ້ນ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ ຈຶ່ງເປັນອີກທາງເລືອກໜຶ່ງທີ່ຈະຊ່ວຍຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນໃນແຂວງອຸດົມໄຊ.
ສຳລັບການບໍລິການຜະລິດຕະພັນຂອງສະຖາບັນ ປັດຈຸບັນລວມມີ 2 ປະເພດ ຄື: ບໍລິການເງິນຝາກ ແລະ ບໍລິການເງິນກູ້.

ຜ່ານການບໍລິການຢູ່ 7 ຕົວເມືອງ ພາຍໃນແຂວງອຸດົມໄຊ ຕະຫຼອດໄລຍະ 1 ປີຜ່ານມາ ສາມາດປ່ອຍກູ້ໄດ້ທັງໝົດ 24 ຕື້ 800 ລ້ານກວ່າກີບ, ມີລູກຄ້າທັງໝົດ 1.442 ຄົນ ຍິງ 305 ຄົນ, ລວມການປ່ອຍກູ້ທົ່ວ 3 ແຂວງ ມີທັງໝົດ 90 ຕື້ 700 ລ້ານກວ່າກີບ, ມີລູກຄ້າທັງໝົດ 3.608 ຄົນ ຍິງ 976 ຄົນ ແລະ ມີຍອດເງິນຝາກ ຈໍານວນ 3 ຕື້ 700 ລ້ານກວ່າກີບ.

ໂອກາດດັ່ງກ່າວ, ທາງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອ ຈຳກັດ ສາຂາແຂວງອຸດົມໄຊ ຍັງໄດ້ມອບເຂົ້າສານໃຫ້ແກ່ອົງການປົກຄອງແຂວງອຸດົມໄຊ ຈຳນວນ 2.000 ກວ່າກິໂລ ລວມມູນຄ່າ 20 ລ້ານກີບ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກພາຍໃນແຂວງຕື່ມອີກ.