ຊົມເຊີຍ! ປະຊາຊົນບ້ານທາດອີງຮັງພ້ອມໃຈ ສ້າງຂະບວນການອະນາໄມບ້ານຄັ້ງໃຫຍ່

127

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງພັກ ຂອງຊາດ ເວົ້າລວມ, ເວົ້າສະເພາະກໍ່ເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງສະຫັວນນະເຂດ ສະໄໜທີ່ 9 ທີ່ຈະຈັດຂື້ນໃນມໍ່ໆນີ້ ແລະ ເປັນການກໍາຈັດບ່ອນເພາະພັນຂອງຍຸງລາຍ.

ດັ່ງນັ້ນໃນຕອນເຊົ້າຂອງວັນທີ 15 ກັນຍາ2020, ອຳນາດການປົກຄອງປະຊາຊົນບ້ານທາດອີງຮັງ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ພາກັນສ້າງຂະບວນການອອກແຮງງານລວມ ເຊິ່ງນຳພາໂດຍ ທ່ານ ພັທ ຜິວພອນ ແສງສີລາທອງ ນາຍບ້ານໆທາດອີງຮັງ, ພ້ອມຄະນະບ້ານ, ມີອົງການຈັດຕັ້ງຂັ້ນບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນບ້ານເຂົ້າຮ່ວມ.

ເຊິ່ງໜ້າວຽກທີ່ໄດ້ເຮັດໃນຄັ້ງນີ້ແມ່ນອະນາໄມຖາງຫຍ້າ, ຖາງປ່າທີ່ຫົກເຮື້ອຕ່າງໆ ເປັນຕົ້້ນແມ່ນເດີ່ນ ຫ້ອງການບ້ານ ,ເດີ່ນພາຍນອກພຣະທາດອີງຮັງແລະ ຕາມເສັ້ນທາງ ເກັບມ້ຽນກະໂປະກະປ໋ອງ ຂີ້ເຫຍື່ອ. ທັງນີ້ກໍ່ເພື່ອເຮັດໃຫ້ບໍລິເວນເດີ່ນພາຍນອກພຣະທາດອີງຮັງ ແລະ ຫ້ອງການບ້ານໃຫ້ມີຄວາມສະອາດສວຍງາມ ເຮັດໃຫ້ນັກທ່ຽວທ່ຽວ ແລະ ແຂກ ທີ່ເຂົ້າມາກາບໄຫ້ວຂໍພອນໃນພຣະທາດອີງຮັງ ອັນສັກສິດຄູ່ບ້ານຄູ່ເມືອງຂອງຊາວນະຄອນ ໄກສອນ ພົມວິການ ກໍ່ຄືຊາວແຂວງສະຫັວນນະເຂດ ເຫັນໄດ້ຄວາມສະຶາດງາມຕາ ທີ່ປະຊາຊົນເຈົ້າບ້ານສ້າງເອງ.