ແຊັມເກົ່າ ກັບ ລາວ-ທ໊ອບ ເອັຟຊີ ໄດ້ເລກໂຊກດີໃນພິຈັບສະຫຼາກປະກົບຄູ່ແຂ່ງຂັນບານເຕະຊີງຂັນ ສຕລ

67

ພິທີຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2020 ຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ 3 ຂອງສະຫະພັນບານເຕະແຫ່ງຊາດລາວ ໃນວັນທີ 15 ກັນຍາ 2020 ໂດຍມີຮອງປະທານ ສຕລ ພ້ອມດ້ວຍຄະນະ ແລະ ຕົວແທນຈາກ 14 ສະໂມສອນເຂົ້າຮ່ວມຢ່າງພ້ອມພຽງ.

ຜ່ານການຈັບສະຫຼາກແຂ່ງຂັນປາກົດວ່າ: ລາວ-ທ໊ອບ ເອັຟຊີ ຈົກໄດ້ເລກ 7 ແລະ ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າ ຈັບໄດ້ເລກ 14 ຕາມລໍາດັບ ຈະໄດ້ຜ່ານເຂົ້າຮອບ 8 ທີມສຸດທ້າຍ ແບບອັດຕະໂນໝັດ, ສ່ວນອີກ 12 ທີມທີ່ຈະໄດ້ແຂ່ງຂັນຮອບ 16 ທີມສຸດທ້າຍມີດັ່ງນີ້:

3 ຄູ່ທໍາອິດແຂ່ງຂັນໃນວັນທີ 19 ກັນຍາ 2020 ເວລາ 16:00 ໂມງເທົ່າກັນດັ່ງນີ້:

-ເຄພີເອັສ ເອັຟຊີ ພົບ ຊ້າງນ້ອຍ ເອັຟຊີ ທີ່ສະໜາມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເດີນ 1
-ປກສ ເອັຟຊີ ພົບ ນະຄອນຫຼວງ ເອັຟຊີ ທີ່ສະໜາມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເດີນ 2
-ວຽງຈັນ ເອັຟຊີ ພົບ ເອັສຣາ ເອັຟຊີ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເດີ່ນນອກ

3 ຄູ່ແຂ່ງຂັນໃນວັນທີ 20 ກັນຍາ 2020 ເວລາ 16:00 ໂມງເທົ່າກັນດັ່ງນີ້:

  • ເຮັສບີທີ 941 ເອັຟຊີ ພົບ ເອັສທີທີ ເອັຟຊີ ທີ່ສະໜາມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເດີນ 1
    -ວຽງຈັນ ເອັຟທີ ພົບ ເມືອງຫາດ ຢູໄນເຕັດ ສະໜາມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເດີນ 2

-ກະຣູດາ ເອັຟຊີ ພົບ ມາສເຕີ 7 ເອັຟຊີ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເດີ່ນນອກ