ເຕືອນ17-20 ກັນຍາ ຈະມີຝົນຕົກໜັກພ້ອມລົມພັດແຮງຢູ່ພາກກາງ ແລະ ພາກໃຕ້

360

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1222/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 11 ກັນຍາ 2020 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 14 ຫາ 20 ກັນຍາ 2020 ວ່າ: ໃນໄລຍະວັນທີ 14 ຫາ 16 ກັນຍາ ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນວັນທີ 17 ຫາ 20 ກັນຍາ ຮ່ອງຄວາມກົດດັນອາກາດຕໍ່າຈະຜ່ານຢູ່ແຂວງເໜືອ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂື້ນພັດປົກຄຸມພາກກາງ ແລະ ພາກໃຕ້, ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ນອກຈາກນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນໃນໄລຍະວັນທີ 17 ຫາ 20 ກັນຍາ 2020 ຮ່ອງຄວາມກົດດັນອາກາດຕໍ່າຈະຜ່ານຢູ່ແຂວງພາກເໜືອ ລົງຫາພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກໍາລັງແຮງຂື້ນພັດປົກຄຸມພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ໃຫ້ມີສະຕິຕໍ່ສະພາບນ້ຳຖ້ວມຊູ, ດິນເຈື່ອນ ແລະ ຖ້ວມອັ່ງ ພ້ອມທັງຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງເປັນປະຈຳ.
ແຄັບເຊິນ: ເຕືອນໄລຍະວັນທີ 17 ຫາ 20 ກັນຍາ ຈະມີຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້