ທ່ານ ເຫລັກໄຫລ ສີວິໄລ ຂຶ້ນຮັກສາການເຈົ້າແຂວງເຊກອງ

361

ຫຼັງຈາກທີ່ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງເຊກອງ ເມື່ອບໍ່ດົນມານີ້, ຫຼ້າສຸດ ໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ (ຜູ້ເກົ່າ) ແລະ ທ່ານ ເຫລັກໄຫລ ສີວິໄລ ຮັກສາການເຈົ້າແຂວງເຊກອງ ຈັດຂຶ້ນໃນວັນທີ 10 ກັນຍາ 2020 ທີ່ຫ້ອງວ່າການແຂວງ ເຊກອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ.

ໂອກາດນີ້, ກໍໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກແຂວງ ໃນໄລ ຍະ 2 ສະໄໝຜ່ານມາ, ເຊິ່ງຄະນະພັກ-ອົງການປົກຄອງທຸກຂັ້ນໃນທົ່ວແຂວງ ໄດ້ສຸມທຸກກຳລັງກາຍ ແລະ ສິຕິປັນຍາ ເພື່ອນຳພາ, ຊີ້ນຳ, ບັນຊາ ແລະ ຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການ, ບຸກທະລຸ ແລະ ຂຸດຄົ້ນນຳໃຊ້ທຸກທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ສ້າງເງື່ອນໄຂ, ກາລະໂອກາດດຶງດູດຍາດແຍ່ງການຊ່ວຍເຫລືອ ແລະ ການລົງ ທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນການພັດທະນາແຂວງເຊກອງ ພາຍໃຕ້ການຮ່ວມຈິດຮ່ວມໃຈ ແລະ ສາມັກຄີເອກະ ພາບໃນທົ່ວພັກ, ທົ່ວປວງຊົນຊາວແຂວງເຊກອງ.

ມາຮອດປັດຈຸບັນ ເຫັນວ່າ ແຂວງເຊກອງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີການຫັນປ່ຽນຢ່າງຮອບດ້ານ. ເຊກອງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະພະຍາດຕາມລະດູການ ໂດຍສະ ເພາະພະຍາດໄຂ້ຍຸງລາຍ ອັນເຮັດໃຫ້ສະພາບການຂະຫຍາຍຕົວຂອງເສດຖະກິດ ມີຄວາມຫຍຸ້ງຍາກ ແລະ ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້, ແນວໃດກໍຕາມ ຄະ ນະນຳຂອງແຂວງ ກໍໄດ້ສຸມທຸກກຳລັງແຮງ ແລະທຸກຄວາມສາມາດຈົນນຳພາປະຊາຊົນບັນດາເຜົ່າບຸກບືນ ແລະ ຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ສາມາດສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ X ໃນວັນທີ 28-29 ກໍລະກົດ 2020.

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ X, ຊົມເຊີຍຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຊົມເຊີຍສະຫາຍເລຂາພັກແຂວງຜູ້ເກົ່າ ທີ່ສາມາດນຳພາປະຊາຊົນບັນດາເຜົ່າທົ່ວແຂວງ ສຳ ເລັດໜ້າທີ່ການເມືອງ ເຮັດໃຫ້ແຂວງເຊກອງ ໄດ້ຮັບການພັດທະນາເປັນກ້າວໆ, ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ແຂວງເປັນເອກະພາບນຳຂັ້ນເທິງ, ນຳພາແນວຄິດພະນັກ ງານແຕ່ລະຂະແໜງ, ເມືອງ ແລະ ປະຊາຊົນ ເຂົ້າໃຈເຫດ ຜົນຂອງການປ່ຽນການນຳ, ອັນໃດດີແລ້ວກໍໃຫ້ສືບຕໍ່ເສີມຂະຫຍາຍ ແລະ ອັນໃດຍັງເປັນຈຸດອ່ອນໃຫ້ພ້ອມກັນປ່ຽນແປງ; ສືບຕໍ່ປົກປັກຮັກສາຄວາມສາມັກຄີພາຍໃນ, ຄະນະປະຈຳ, ຄະນະພັກ ມີຄວາມເປັນເອກະພາບ, ທັງເປັນຄັນທຸງຫລັກແຫລ່ງ ໃນການເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ສຶກສາອົບຮົມການເມືອງແນວຄິດໃນຖັນແຖວພະນັກງານສະມາຊິກພັກ ໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄວາມສາມັກຄີ, ຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບຕໍ່ການມອບໝາຍ. ເພື່ອເຮັດໃຫ້ການພັດທະ ນາເສດຖະກິດ-ສັງຄົມຂອງແຂວງ ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງມີປະສິດທິຜົນນັ້ນ ຄວນເພີ່ມທະວີການນຳພາ, ຫັນເປັນແຜນງານລະອຽດ, ຊຸກຍູ້ຈັດຕັ້ງປະຕິບັດ, ວາງແຜນເປັນແຕ່ລະໄລຍະ ແລະ ວຽກງານ ປກຊ-ປກສ ນັ້ນ, ຕ້ອງສ້າງຄວາມເປັນນ້ຳໜຶ່ງໃຈດຽວ, ປົກປ້ອງເຂດນ້ຳແດນດິນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ.

Cr: ອຳພອນ ສີສຸພອນ