ມອບອຸປະກອນປ້ອງກັນໄພພິບັດໃຫ້ເມືອງທຸລະຄົມ

116

ໃນທ້າຍອາທິດຜ່ານມາ ອົງການກາແດງແຂວງວຽງຈັນ ໄດ້ນຳເອົາອຸປະກອນປ້ອງກັນໄພພິບັດໄປຊ່ວຍເຫຼືອປະຊາຊົນ 8 ບ້ານ ທີ່ນອນໃນໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດຊຸມຊົນຢູ່ທີ່ເມືອງທຸລະຄົມ ແຂວງ ວຽງຈັນ ເມື່ອທ້າຍອາທິດຜ່ານມາໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີ ທ່ານ ບຸນເນົາ ພະຈອມພົນ ຫົວໜ້າອົງການກາແດງແຂວງ ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງອຸປະກອນປ້ອງກັນໄພພິບັດທີ່ນຳໄປຊ່ວຍເຫຼືອປະຊາຊົນ 8 ບ້ານທີ່ນອນໃນໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດຊຸມຊົນຢູ່ເມືອງທຸລະຄົມນັ້ນ ປະກອບມີ: ຈັກເຮືອ 13 ແຮງມ້າ ຈຳນວນ 4 ເຄື່ອງ, ເຮືອເຫຼັກ 4 ລຳ, ເສື້ອຊູຊີບ 28 ຜືນ, ກົງເບັງ 8 ອັນ, ເຊືອກ 4 ກໍ້, ປາກເລີ 16 ອັນ, ແອັມ 250 W 4 ໜ່ວຍ. ພ້ອມນີ້, ຍັງມີສາຍໄຟປາກເລີ, ໄມໂຄໂຟນ, ວິທະຍຸ, ຫີບຢາປະຖົມພະຍາບານປະຈຳບ້ານຈຳນວນໜຶ່ງ ແລະ ເງິນ ເພື່ອເປັນກອງທຶນໃຫ້ບ້ານລະ 1 ລ້ານ ກີບ ລວມມູນຄ່າທັງໝົດ 86.780.000 ກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກສະພາກາແດງ ສປ ຈີນ.

ໂຄງການດັ່ງກ່າວໄດ້ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຊົນຊົນ ກຸ່ມບ້ານເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ແລະ ມີຄວາມສ່ຽງໄພພິບັດ ເພື່ອເປັນການຂະຫຍາຍຕານ່າງອາສາສະໝັກກາແດງ, ໜ່ວຍປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນບ້ານ ລົງສູ່ບັນດາບ້ານທີ່ມີ ຄວາມສ່ຽງສູງຕໍ່ໄພພິບັດ, ຮັບປະກັນໃຫ້ປະຊາຊົນໄດ້ຮັບການຊ່ວຍເຫຼືອໃນພາວະສຸກເສີນ ແລະ ສາມາດບໍລິຫານຈັດການ ເພື່ອຮັບມືກັບໄພພິບັດ, ຫຼຸດຜ່ອນການເສຍຫາຍທາງດ້ານຊີວິດ ແລະ ຊັບສິນ, ສາມາດຂະຫຍາຍອາສາສະໝັກໄດ້ 56 ຄົນ, ຝຶກອົບຮົມອາສາສະໝັກໄດ້ 8 ບ້ານ ປະກອບມີບ້ານເປົ້າໝາຍຄື: ບ້ານຕານປ່ຽວ, ໂພນແພງ, ສຸກສາລາ, ຫາດສວນ, ບ້ານຈຸ້ມ, ບ້ານແຈ້ງ, ລິ່ງຊັນ ແລະ ບ້ານຫາດສ້ຽວ ເມືອງທຸລະຄົມ ແຂວງວຽງຈັນ.

( ຂ່າວ – ຮູບ: Lao Red Cross )