ສາທາລະນະສຸກແຂວງອັດຕະປື ຮັບເຄື່ອງຊ່ວຍເຫຼືອ ມູນຄ່າ 45 ລ້ານກວ່າກີບ

68

ບໍລິສັດ ສະຕາໂທລະຄົມ ( ຢູນີເທວ ) ສາຂາອັດຕະປື ໄດ້ຊ່ວຍເຫຼືອວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ຢູ່ແຂວງອັດຕະປື ໂດຍການອຸປະຖໍາໂທລະສັບມືຖື ຈໍານວນ 38 ໜ່ວຍ ພ້ອມມູນຄ່າໂທເປັນລາຍເດືອນ ເດືອນລະ 2ແສນກີບ ເປັນເວລາ 1 ປີ ນັບແຕ່ເດືອນກັນຍາ 2020 ເຖິງເດືອນກັນຍາ 2021 ລວມມູນຄ່າທັງໝົດ ຈໍານວນ 45.600.000 ກີບ.

ຈຸດປະສົງເພື່ອໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ຂອງແຂວງອັດຕະປື ແລະ ເມືອງໃນທົ່ວແຂວງໄດ້ນໍາໃຊ້ໂທລະສັບມືຖື ແລະ ມູນຄ່າໂທດັ່ງກ່າວ ເຂົ້າໃນວຽກງານການປະສານງານລະຫວ່າງແຂວງ ແລະ ເມືອງໃນການເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ – 19 ຢູ່ແຂວງອັດຕະປື.

ທ່ານ ອິນປັນ ອິນທິລາດ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ບໍລິສັດ ສະຕາໂທລະຄົມ ສາຂາອັດຕະປື ທີ່ເຫັນໄດ້ຄວາມສໍາຄັນໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19, ພາຍໃນແຂວງ ອັດຕະປື ພ້ອມສັນຍາວ່າຈະນໍາໃຊ້ເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ເກີດປະໂຫຍດສູງສຸດ.

ພິທີມອບ – ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນທ້າຍອາທິດຜ່ານມາ ທີ່ພະແນກສາທາລະນະສຸກແຂວງອັດຕະປື ໂດຍການກ່າວມອບຂອງ ທ່ານ ຈັນທະວີໄຊ ທໍາມະວົງ ອໍານວຍການບໍລິສັດສະຕາໂທລະຄົມ ສາຂາອັດຕະປື ແລະ ກ່າວຮັບໂດຍ ທ່ານ ອິນປັນ ອິນທິລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ຫົວໜ້າກອງເລຂາເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ຂັ້ນແຂວງ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.