ທະນາຄານນະໂຍບາຍ ສະໜອງສິນເຊື່ອແລ້ວ 3 ພັນຕື້ກີບ

364

ທະນາຄານນະໂຍບາຍ ( ທນບ ) ຮັບການສ້າງຕັ້ງຢ່າງເປັນທາງການໃນຕົ້ນປີ 2007 ຮອດປັດຈຸບັນສາມາດສະໜອງສິນເຊື່ອແລ້ວ 3 ພັນຕື້ກີບ, ໃນນັ້ນປ່ອຍໃຫ້ຂະແໜງກະສິກໍາ – ປ່າໄມ້ ອັນດັບ 1 ຮອງລົງມາຂະແໜງບໍລິການ.

ທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອໍານວຍການ ທນບ ໄດ້ກ່າວໃນທີ່ປະຊຸມວິຊາສະເພາະທີ່ຈັດຂຶ້ນໃນເດືອນສິງຫາ 2020 ໃຫ້ຮູ້ວ່າ: ການເຄື່ອນໄຫວວຽກງານສິນເຊື່ອ, ຮອດທ້າຍປີ 2019 ຈໍານວນເກືອບ 3.000 ຕື້ກີບ, ມີຍອດສິນເຊື່ອໄລຍະສັ້ນ 267 ຕື້ກວ່າກີບ, ໄລຍະກາງ 764 ຕື້ກວ່າກີບ ແລະ ໄລຍະຍາວ 1.904 ຕື້ກວ່າກີບ; ໃນນັ້ນຍອດສິນເຊື່ອຢູ່ເມືອງເປົ້າໝາຍ 1.903 ຕື້ກວ່າກີບ; ຈຸດສຸມລັດຖະບານ – ທ້ອງຖິ່ນ ຈໍານວນ 320 ຕື້ກວ່າກີບ; ບ້ານ 3 ສ້າງ ເກືອບ 300 ຕື້ກີບ ແລະ ໂຄງການຜະລິດສິນຄ້າ 416 ຕື້ກວ່າກີບ.

ຍອດສິນເຊື່ອສໍາລັບຂະແໜງອຸດສາຫະກໍາ ກວມ 0,6%; ກໍ່ສ້າງກວມ 1,23%;ປະກອບວັດຖຸເຕັກນິກ ກວມ 1,59%; ກະສິກໍາ – ປ່າໄມ້ ກວມ 89,87%; ການຄ້າ ກວມ 4,49%, ຂົນສົ່ງ – ໄປສະນີ ກວມ 0,14 %; ບໍລິການ ກວມ 80%; ຫັດຖະກໍາ ກວມ 1,02% ແລະ ຂະແໜງອື່ນໆ ກວມ 0,25%.

ທນບ ສະໜອງສິນເຊື່ອ ເຂົ້າເຖິງປະຊາຊົນຢູ່ເມືອງເປົ້າໝາຍ ກວມເອົາ 17 ແຂວງ, 1 ນະຄອນຫຼວງ, 72 ເມືອງ, ເປັນເມືອງທຸກຍາກ 23 ເມືອງ ເທົ່າກັບ 100% ຂອງເມືອງທຸກຍາກທົ່ວປະເທດ ( 23 ເມືອງ ); ເຂົ້າເຖິງບ້ານໄດ້ 3.633 ບ້ານ, ໃນນີ້ບ້ານທຸກຍາກ ກວມ 74,13% ຂອງບ້ານທຸກຍາກ, ຈັດຕັ້ງກຸ່ມກູ້ຢືມເງິນໄດ້ 26.523 ກຸ່ມ, ຄອບຄົວເຂົ້າເຖິງ 189.861 ຄອບຕົວ, ເປັນຄອບຄົວທຸກຍາກ 40.782 ຄອບຄົວ ເທົ່າກັບ 19,26% ຂອງຄອບຄົວທຸກຍາກທັງໝົດ.

ຈຸດສຸມພັດທະນາຂອງລັດຖະບານ – ທ້ອງຖິ່ນ ກວມເອົາ 7 ແຂວງ, 1 ນະຄອນຫຼວງ, 60 ເມືອງ, 66 ຈຸດສຸມ ສາມາດເຂົ້າເຖິງ 100% ຂອງຈຸດສຸມທົ່ວປະເທດ ກວມ 86,01% ຂອງບ້ານຈຸດສຸມ ( 522 ບ້ານ ), ຈັດຕັ້ງກຸ່ມກູ້ຢືມເງິນໄດ້ 3.492 ກຸ່ມ, ເຂົ້າເຖິງຄອບຄົວ 28.275 ຄອບຄົວ ເທົ່າກັບ 58,01% ຂອງຄອບຄົວຈຸດສຸມ ( 48.743 ຄອບຄົວ ) ເປັນຄອບຄົວທຸກຍາກ 2.779 ຄອບຄົວ, ບ້ານ 3 ສ້າງ ກວມເອົາ 18 ແຂວງ – ນະຄອນຫຼວງ ມີ 78 ເມືອງ ສາມາດເຂົ້າເຖິງໄດ້ 203 ບ້ານ; ມີ 33.482 ຄອບຄົວ, ເປັນຄອບຄົວທຸກຍາກ 2.052 ຄອບຄົວ.

ຜ່ານການຈັດຕັ້ງປະຕິບັດການສະໜອງສິນເຊື່ອສາມາດສ້າງໄດ້ 85 ໂຄງການພົ້ນເດັ່ນ ແລະ 85 ຄອບຄົວຕົວແບບໃນການນໍາໃຊ້ເງິນກູ້ຂອງ ທນບ, ໃນນັ້ນປູກຝັງ ມີ 10 ຄອບຄົວ, ລ້ຽງສັດ 72 ຄອບຄົວ, ຫັດຖະກໍາ ມີ 12 ຄອບຕົວ, ປຸງແຕ່ງ ມີ 2 ຄອບ ຄົວ, ບໍລິການເກັບຊື້ຜົນຜະລິດກະສິກໍາ ມີ 1 ຄອບຄົວ.

ສະເພາະການສະໜອງສິນເຊື່ອ 4 ຮ່ວມ ເປັນການຜັນຂະຫຍາຍດໍາລັດ ເລກທີ 348/ນຍ ລົງວັນທີ 16/11/2017 ການສະໜອງສິນເຊື່ອຈະເນັ້ນໃສ່ເປົ້າໝາຍໃຫ້ປະຊາຊົນໃນ 23 ເມືອງເປົ້າໝາຍທີ່ທຸກຍາກ, ມີ 876 ບ້ານ, 24.521 ຄອບຄົວ ທີ່ຍັງທຸກຍາກ.

[ ໂດຍ: ຣັດສະໝີ ດວງສັດຈະ ]