ເມືອງດາກຈຶງ ເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານ

157

ກອງບັນຊາການທະຫານເມືອງດາກຈຶງ ແຂວງເຊກອງ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານທີ່ໄດ້ມາດຖານເງື່ອນໄຂຄົບຖ້ວນ ຂຶ້ນໃນທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ພັນໂທ ແກ້ວອຸດອນ ສາຍນໍ້ແດ ຫົວໜ້າກອງບັນຊາການທະຫານເມືອງ, ມີຄະນະພັກ – ຄະນະບັນຊາການ, ຕະຫຼອດຮອດພະນັກງານພາຍໃນກົມກອງເຂົ້າຮ່ວມ.

ທ່ານ ຮ້ອຍໂທ ອົມແກ້ວ ໄຊຍະມົນ ຫົວໜ້າຂະແໜງຈັດຕັ້ງພັກ – ພະນັກງານກອງບັນຊາການທະຫານເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3144/ກປທ ລົງວັນທີ 22 ກໍລະກົດ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານຢູ່ກອງບັນຊາການທະຫານແຂວງເຊກອງ, ສະເພາະເມືອງດາກຈຶງ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ,ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ມີ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ມີ 9 ສະຫາຍ ແລະ ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ມີ 16 ສະຫາຍ.

ໃຫ້ກຽດປະດັບຊັ້ນຂອງ ພັນໂທ ແກ້ວອຸດອນ ສາຍນໍ້າແດ ພ້ອມທັງກ່າວສະແດງຍ້ອງຍໍຊົມເຊີຍ ແລະ ໃຫ້ຄໍາຄິດເຫັນບາງບັນຫາໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງຕັ້ງໜ້າເຮັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ຈັດຕັ້ງປະຕິບັດວຽກງານສະເພາະ, ເອົາໃຈໃສ່ປັບປຸງແກ້ໄຂປາກົດການຫຍໍ້ທໍ້ຢ່າງແຂງແຮງ, ເພີ່ມທະວີການຊີ້ນໍາໆພາ, ປັບປຸງເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກໍາລັງໃຫ້ໜັກແໜ້ນ, ນັບແຕ່ຂັ້ນເທິງລົງສູ່ຮາກຖານບ້ານ, ເຮັດສໍາເລັດໜ້າທີ່ໆພັກ – ລັດ ແລະ ປະຊາຊົນບັນດາເຜົ່າໄດ້ມອບໝາຍໃຫ້ຄຽງຄູ່ກັບການສຶກສາອົບຮົມດ້ານການເມືອງແນວຄິດ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ປະຕິບັດກົດລະບຽບຂອງກໍາລັງຢ່າງເຕັມເມັດເຕັມໜ່ວຍ.