ເມືອງຂວາ ເກັບລາຍຮັບ 7 ເດືອນໄດ້ 2,3 ຕື້ກີບ

312

ການຈັດເກັບລາຍຮັບ 7 ເດືອນ ປີ 2020 ເມືອງຂວາ ແຂວງຜົ້ງສາລີ ໄດ້ 2,3 ຕື້ກວ່າກີບ ເທົ່າກັບ 58,19% ຂອງແຜນການປີ, ຄາດຄະເນໝົດປີ ໃຫ້ໄດ້ 3,9 ຕື້ກີບ.

ຄະນະນໍາ – ຄະນະວິຊາການກະຊວງການເງິນ ນຳໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ຢູ່ຫ້ອງການ – ການເງິນເມືອງຂວາ ແຂວງຜົ້ງສາລີ ໂດຍການຕ້ອນຮັບຂອງ ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງຂວາ, ທ່ານ ນາງ ດາວອນ ພິລາວັນ ຫົວໜ້າຫ້ອງການ – ການເງິນເມືອງ ຂວາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ດາວອນ ພິລາວັນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດງົບປະມານ 7 ເດືອນ ແລະ ທິດທາງແຜນການໃນ 5 ເດືອນ ທ້າຍປີ 2020 ເຊິ່ງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2020 ພົບຄວາມຫຍຸ້ງຍາກພໍສົມຄວນ ຍ້ອນການລະບາດຂອງພະຍາດໂຄວິດ – 19 ເຊິ່ງມີຜົນກະທົບໂດຍກົງດ້ານເສດຖະກິດການເງິນຂອງແຂວງ – ເມືອງ ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານບໍ່ໄດ້ຕາມແຜນການ ເປັນຕົ້ນ: ການຈັດຕັ້ງປະຕິບັດລາຍຮັບເຂົ້າງົບປະມານ 7 ເດືອນປີ 2020 ຫ້ອງການ – ການເງິນເມືອງຂວາ ສາມາດປະຕິບັດ ໄດ້ 2,3 ຕື້ກວ່າກີບ ເທົ່າກັບ 58,19% ຂອງແຜນການປີ, ຄາດຄະເນໝົດປີ 2020 ຈຳນວນ 3,9 ຕື້ກີບ ເຊິ່ງການປະຕິບັດລາຍຮັບອາດບໍ່ບັນລຸຕາມແຜນການປີ.

ໂອກາດທີ່ລົງເຄື່ອນໄຫວວຽກງານໃນຄັ້ງນີ້ ມີຂຶ້ນໃນວັນທີ 27 ສິງຫາ 2020 ຜ່ານມານີ້. ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຍັງໄດ້ມອບຄອມພິວເຕີ ຈຳນວນ 3 ຊຸດ ( ໃນນາມສ່ວນຕົວ ) ໃຫ້ຫ້ອງການການເງິນເມືອງຂວາ ເພື່ອນຳໃຊ້ເຂົ້າໃນວຽກງານແຕ່ລະໜ່ວຍງານຂອງການເງິນເມືອງທີ່ຍັງຂາດເຂີນ.