ປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຫ້ອງທົດລອງຢູ່ ສປປ ລາວ

113

ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຫ້ອງທົດລອງ ຢູ່ ສປປ ລາວ ບົນພື້ນຖານການຄົ້ນຄວ້າຂອງພະແນກຄົ້ນຄວ້າ ແລະ ພັດທະນາປະສານສົມທົບກັບສູນຮັບຮອງລະບົບ ISO ແຫ່ງຊາດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ.

ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 2 ໂດຍການເປັນປະທານຂອງ ທ່ານ ວຽງຄຳ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ມີຜູ້ຕາງໜ້າເຂົ້າຮ່ວມຈາກບັນດາຫ້ອງການ, ກົມ, ສະຖາບັນອ້ອມຂ້າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງ ແລະ ຄະນະພະແນກ, ສູນ ພາຍໃນກົມມາດຕະຖານ ແລະ ວັດແທກເຂົ້າຮ່ວມທັງໝົດ 30 ກວ່າຄົນ ເພື່ອຮ່ວມກັນແລກປ່ຽນບົດຮຽນປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງສະບັບດັ່ງກ່າວ ເຊິ່ງມີທັງໝົດ 8 ໝວດ ແລະ 34 ມາດຕາ ເພື່ອໃຫ້ມີເນື້ອໃນລະອຽດຄົບຖ້ວນສົມບູນທີ່ສຸດ ສາມາດຄວບຄຸມຂອບເຂດຂອງວຽກງານດັ່ງກ່າວ.

ພາຍຫຼັງສຳເລັດກອງປະຊຸມຄັ້ງດັ່ງກ່າວນີ້ ທາງຄະນະຮັບຜິດຊອບຈະໄດ້ພ້ອມກັນຄົ້ນຄວ້າປັບປຸງເນື້ອໃນຕາມການປະກອບຄຳເຫັນຂອງທີ່ປະຊຸມທີ່ຕົກລົງເຫັນດີເປັນເອກະພາບກັນ ເພື່ອກະກຽມຜ່ານເນື້ອໃນຮ່າງຂໍ້ຕົກລົງສະບັບດັ່ງກ່າວອີກເທື່ອໜຶ່ງ ໂດຍການເຊີນເອົາທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຕື່ມ.

ກອງປະຊຸມດັ່ງກ່າວໄດ້ດຳເນີນໃນວັນທີ 27 ສິງຫາ 2020 ທີ່ຫ້ອງປະຊຸມສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

( ຂໍ້ມູນ: ພຸດທະຈັນ ກົມມາດຕະຖານ ແລະ ວັດແທກ ) [ ຂ່າວ: ສົມສະຫວິນ ]