ສວນວິທະຍາສາດພຶກສາສາດ ພ້ອມເປີດຕົ້ນປີໜ້າ

172

ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ຈໍາກັດຜູ້ດຽວ ທຸ່ມເງິນ 5 ລ້ານໂດລາ ເນລະມິດ ສວນວິທະຍາສາດ ແລະ ພຶກສາສາດ ເນື້ອທີ່ 30 ເຮັກຕາ ໃຫ້ກາຍເປັນສູນກາງຮຽນຮູ້ດ້ານວິທະຍາສາດ, ດາລາສາດທີ່ຕິດພັນກັບການທ່ອງທ່ຽວແບບອະນຸຮັກ ຄາດສໍາເລັດການກໍ່ສ້າງໄລຍະທໍາອິດເພື່ອເປີດບໍລິການໃນຕົ້ນປີ 2021.

ທ່ານ ພູວົງ ສູ້ຍຍະວົງ ປະທານ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ຈໍາກັດຜູ້ດຽວ ໃຫ້ສໍາພາດວ່າ: ໂຄງການດັ່ງກ່າວໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ເມື່ອເດືອນຕຸລາ 2019 ເປັນຕົ້ນມາ. ຈາກນັ້ນ, ກໍໄດ້ລົງມືຈັດຕັ້ງປະຕິບັດຈົນຮອດປັດຈຸບັນດ້ວຍມູນຄ່າການລົງທຶນໄລຍະທໍາອິດ 5 ລ້ານໂດລາ ໃນເນື້ອທີ່ທັງໝົດ 30 ເຮັກຕາ; ດຽວນີ້ໄດ້ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງ, ປະຕູທາງເຂົ້າ, ທ້ອງຟ້າຈໍາລອງທີ່ເປັນບ່ອນຮຽນຮູ້ດ້ານດາລາສາດ ແລະ ລານຫໍຊົມດາວ.

ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງ, ຕິດຕັ້ງລະບົບຄົບຊຸດ ພ້ອມເປີດບໍລິການລູກຄ້າໃນປີ 2021. ສ່ວນວັດສະດຸ – ອຸປະກອນແມ່ນນໍາເຂົ້າຈາກປະເທດຣັດເຊຍ ໂດຍສະເພາະແມ່ນໄດ້ສັ່ງຊື້ກ້ອງສ່ອງ ຈໍານວນ 4 ເຄື່ອງ ແລະ ກະຊວງ ກວຕ ກໍຊ່ວຍເຫຼືອອີກ 1 ເຄື່ອງ.

ສໍາລັບໄລຍະທີສອງ: ຈະເປັນການກໍ່ສ້າງຫໍປະຊຸມລະດັບກາງ ພ້ອມດ້ວຍທີ່ພັກສໍາລັບການພັກຜ່ອນ ຫາກທຽບໃສ່ໂຮງແຮມຢູ່ປະເພດ 4 ດາວ ເຊິ່ງການອອກແບບແມ່ນປະສົມປະສານຄວາມທັນສະໄໝລະຫວ່າງ ລາວ – ຣັດເຊຍ – ໄທ ເພື່ອເຮັດໃຫ້ໂຄງການດັ່ງກ່າວມີເອກະລັກສະເພາະ, ແຕ່ໃນສ່ວນຂອງລະບົບທັນສະໄໝ, ເຕັກນິກ – ວິຊາການໂດຍພື້ນຖານແມ່ນຣັດເຊຍທັງໝົດ ເນື່ອງຈາກບໍລິສັດເຮົາເຮັດທຸລະກິດກັບຣັດເຊຍມາຕັ້ງແຕ່ປີ 2003 ແລະ ມີບໍລິສັດໃນເຄືອຈໍານວນໜຶ່ງ.

ທ່ານ ພູວົງ ຍັງອະທິບາຍຕື່ມວ່າ: ໂຄງການປະກອບມີ 5 ກິດຈະການປິ່ນອ້ອມ ຄື:

1 ສ້າງສູນສຶກສາດ້ານດາລາສາດ ( ລານ ຫໍຊົມດາວ ແລະ ທ້ອງຟ້າຈໍາລອງ );

2 ສ້າງສວນ ແລະ ສູນສຶກສາດ້ານພຶກສາສາດ ( ສວນຕົ້ນໄມ້ ແລະ ພືດເປັນຢາ );

3 ສ້າງສູນສຶກສາການຖ່າຍທອດດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ;

4 ສ້າງແຫຼ່ງທ່ອງທ່ຽວແບບທໍາມະຊາດ ແລະ ວັດທະນະທໍາ;

5 ກິດຈະກໍາອື່ນໆທີ່ເປັນປະໂຫຍດກັບການສຶກສາ – ຮຽນຮູ້ດ້ານວິທະຍາສາດ ແລະ ການພັດທະນາເສດຖະກິດ – ສັງຄົມ.

ໂຄງການດັ່ງກ່າວເປັນການລົງທຶນຂອງເອກະຊົນ 100%. ຂະນະດຽວກັນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍໃຫ້ການສະໜູບສະໜູນດ້ານເຕັກນິກວິຊາການ, ພົວພັນຮ່ວມມືກັບສາກົນ ແລະ ອື່ນໆ, ຄາດວ່າຈະໄດ້ທຶນຄືນອີກປະມານ 10 ປີ ເນື່ອງຈາກເປັນໂຄງການໄລຍະຍາວທີ່ເນັ້ນໃຫ້ກາຍເປັນສູນກາງຮຽນຮູ້ຂອງນ້ອງນັກຮຽນ, ນັກສຶກສາ ແລະ ຜູ້ທີ່ສົນໃຈ; ທັງເປັນສູນຮຽນຮູ້ທີ່ຕິດພັນກັບການທ່ອງທ່ຽວ ແລະ ເປັນການປະກອບສ່ວນສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນທ້ອງຖິ່ນນໍາອີກ.