ກຽມຈັດງານວາງສະແດງມະຫະກຳສີມືຫັດຖະກຳລາວ

153

ສະມາຄົມຫັດຖະກຳລາວ ກຽມຈັດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 19 ເພື່ອສົ່ງເສີມການຕະຫຼາດໃຫ້ແກ່ສິນຄ້າກະສິກຳ ພ້ອມເປັນການເຕົ້າໂຮມຄວາມສາມັກຄີໃນໝູ່ຊາວຊ່າງຫັດຖະກຳທຸກຊົນເຜົ່າໃນທົ່ວປະເທດ ຂຶ້ນລະຫວ່າງວັນທີ 10 ຫາ 18 ຕຸລາ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ກ່າວໃນພິທີຖະແຫຼງຂ່າວເມື່ອວັນທີ 3 ກັນຍາ ວ່າ: ໃນນາມຄະນະຊີ້ນຳກະກຽມຈັດຕັ້ງງານມະຫະກໍາສີມືຫັດຖະກຳລາວ ຄັ້ງທີ 19 ຂໍແຈ້ງຂ່າວມາຍັງອົງການຈັດຕັ້ງພາກລັດ, ອົງການຈັດຕັ້ງສາກົນ, ບັນດາສະມາຊິກສະມາຄົມຫັດຖະກຳລາວ ແລະ ຊາວຊ່າງຫັດຖະກຳລາວໃນທົ່ວປະເທດ ເຊີນເຂົ້າຮ່ວມງານມະຫະກຳສີມືຫັດຖະກຳລາວ ເຊິ່ງເປັນງານບຸນປະເພນີປາງໃຫຍ່ຂອງຊາວຊ່າງຫັດຖະກຳລາວ ເຊິ່ງຈະຈັດຂຶ້ນໃນວັນທີ 10 ຫາ 18 ຕຸລາ 2020 ທີ່ສູນການຄ້າລາວ – ໄອເຕັກ ( ຕຶກຫຼັງເກົ່າ ) ນະຄອນຫຼວງວຽງຈັນ.

ການຈັດງານແມ່ນເພື່ອເປັນການສົ່ງເສີມການຕະຫຼາດໃຫ້ແກ່ສິນຄ້າຫັດຖະກໍາ. ພ້ອມນີ້, ກໍເປັນການເຕົ້າໂຮມຄວາມສາມັກຄີໃນໝູ່ຊາວຊ່າງຫັດຖະກຳທຸກຊົນເຜົ່າຢູ່ທຸກໆທ້ອງຖິ່ນໃນທົ່ວປະເທດ ເພື່ອພ້ອມກັນອະນຸຮັກສີໄມ້ລາຍມືທາງດ້ານຫັດຖະກຳ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ, ເສີມຂະຫຍາຍພູມປັນຍາທາງດ້ານຫັດຖະກຳຂອງຊົນເຜົ່າຕ່າງໆ, ຜະລິດເຄື່ອງຫັດຖະກຳໃຫ້ມີ ຄວາມຫຼາກຫຼາຍ, ມີຄວາມສວຍງາມປານີດ, ເປັນເອກະລັກຂອງຊົນເຜົ່າຂອງທ້ອງຖິ່ນ.

ນອກຈາກນີ້, ຍັງເປັນການສ້າງໂອກາດໃຫ້ຊາວຊ່າງຫັດຖະກຳໄດ້ມາພົບປະກັນເພື່ອແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດເຄື່ອງຫັດຖະກຳ, ສ້າງໂອກາດໃຫ້ຊາວຊ່າງຫັດຖະກຳໄດ້ມາພົບປະລູກຄ້າຂາປະຈຳ ແລະ ຫາຄູ່ຄ້າລາຍໃໝ່, ທີ່ສຳຄັນອີກແມ່ນຍັງສະໜັບສະໜູນການທ່ອງທ່ອງລາວໃຫ້ຟົດຟື້ນ.

ທ່ານ ນາງ ສຸວິຕາ ປະເສີດ ກ່າວຕື່ມອີກວ່າ: ໃນງານຄັ້ງນີ້ຈະປະກອບມີຫຼາຍກິດຈະກຳ ຄື: 1). ກິດຈະກຳວາງສະແດງ – ຂາຍສິນຄ້າຫັດຖະກຳລາວ ເນັ້ນໃສ່ເພື່ອການສົ່ງເສີມການຕະຫຼາດໃຫ້ຊາວຊ່າງຫັດຖະກຳລາວທີ່ດຳລົງຊີວິດຢູ່ເຂດຊົນນະບົດ, ຫ່າງໄກສອກຫຼີກຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດໄດ້ນຳເອົາເຄື່ອງຫັດຖະກຳຂອງຕົນມາຈຳໜ່າຍ ເພື່ອສ້າງລາຍໄດ້ໃຫ້ກັບຕົນເອງ ເຊິ່ງຈັດຫ້ອງວາງສະແດງຫຼາຍກວ່າ 200 ຮ້ານ.

ໂດຍຈັດສັນເຂດວາງສະແດງຕາມຂະແໜງຫັດຖະກຳ ເພື່ອສະດວກໃນການຢ້ຽມຊົມ, ລະດົມສະມາຊິກ, ຊາວຊ່າງຫັດຖະກຳໃນທົ່ວປະເທດ, ໂຄງການຊ່ວຍເຫຼືອຊາວບ້ານ ແລະ ພາກສ່ວນອື່ນໆເຂົ້າຮ່ວມ ເພື່ອສົ່ງເສີມເຂົາເຈົ້າມີໂອກາດເຂົ້າຮ່ວມງານຢ່າງທົ່ວເຖິງ ແລະ ເປັນຂະບວນຟົດຟື້ນ, ພ້ອມທັງໄດ້ເປີດກວ້າງໃຫ້ມີຫຼາກຫຼາຍສິນຄ້າມາຮ່ວມວາງສະແດງ ແລະ ຂາຍ ໂດຍຈັດເຂດວາງສະແດງອອກເປັນ 2 ເຂດໃຫຍ່ ຄື: ເຂດວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ ແລະ ເຂດວາງສະແດງຂາຍສຳລັບສິນຄ້າອຸປະໂພກ – ບໍລິໂພກທົ່ວໄປ.

ງານໃນຄັ້ງນີ້ສະມາຄົມຫັດຖະກຳລາວ ຈະໄດ້ຈັດຫ້ອງວາງສະແດງສຳລັບສິນຄ້າຫັດຖະກຳລາວ ຫຼາຍກວ່າ 200 ຮ້ານ ຄື: ຜະລິດຕະພັນແຜ່ນແພ, ຜະລິດຕະພັນຈາກເຄື່ອງປ່າຂອງດົງ, ຜະລິດຕະພັນຈາກໄມ້ເສດ, ເຄື່ອງເງິນ/ວັດຖຸມີຄ່າ, ຜະລິດຕະພັນວັດທະນະທຳ, ສິນຄ້າກະສິກຳ, ຜະລິດຕະພັນໂອດ໊ອບ ແລະ ສິນຄ້າອຸປະໂພກ – ບໍລິໂພກທົ່ວໄປ ເຊີນຊວນພໍ່ແມ່ປະຊາຊົນລາວ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມທ່ຽວຊົມ – ຊື້ຜະລິດຕະພັນລາວໃນງານດັ່ງກ່າວ.

ພິທີຖະແຫຼງຂ່າວຈັດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 19 ຈັດຂຶ້ນໃນວັນທີ 3 ກັນຍາ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສຸວິຕາ ປະເສີດ, ມີ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍສະມາຊິກສະມາຄົມ ແລະ ສື່ມວນຊົນເຂົ້າຮ່ວມ.