ປະມວນພາບລາວລີກ 1 ນັດ ເອັສຣາ ເອັຟຊີ ບຸກຕະຫຼອດເກມໄດ້ພຽງສະເໝີ ວຽງຈັນ ເອັຟຊີ

116

ການແຂ່ງຂັນ ເປບຊີ ລາວລີກ 1 ນັດຫຼ້າສຸດເມື່ອວັນທີ 6 ກັນຍາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມໃນ ) ຮອບຂາກັບ ເປັນການແຂ່ງຂັນທີ່ໜ້າຊົມເຊີຍທັງສອງທີມນ້ອງໃໝ່ຄູ່ລະຫວ່າງ ວຽງຈັນ ເອັຟຊີ ພົບກັບ ເອັສຣາ ເອັຟຊີ ຫຼັງນັດທໍາອິດຮອບຂາໄປ ວຽງຈັນ ເອັຟຊີ ຊະນະໄດ້ກ່ອນ 1-0.

ເຊິ່ງນັດນີ້ປາກົດວ່າ: ວຽງຈັນ ເອັຟຊີ ຈັດທີມມາດີ ໂດຍສະເພາະເກມຕັ້ງຮັບໂດດເດັ່ນ ທັງທີ່ ເອັສຣາ ເອັຟຊີ ຄອງເກມໄດ້ເໜືອກວ່າແຕ່ກໍບໍ່ສາມາດເຈາະກອງຫຼັງອັນແຂ່ງແກ່ນຂອງ ວຽງຈັນ ເອັຟຊີ ໄດ້ເລີຍ.

ແລະເປັນ ວຽງຈັນ ເອັຟຊີ ໄດ້ປະຕູຂຶ້ນນໍາກ່ອນ 1-0 ຈາກການຍິງຂອງ ນາລົງສິດ ຈັນທະລັງສີ ນາທີໆ 33 ຫຼັງຈາກນັ້ນ ເອັສຣາ ເອັຟຊີ ເປີດເກມບຸກຢ່າງຕໍ່ເນື່ອງແຕ່ບໍ່ສາມາດເຈາະປະຕູໄດ້ຈົບເຄິ່ງເວລາທໍາອິດ 1-0

ສ່ວນເຄິ່ງເວລາທີ 2 ເອັສຣາ ເອັຟຊີ ເປີດເກມບຸກເກືອບວ່າຈະພັບສະໜາມບຸກກໍວ່າໄດ້ ຈົນມາເຖິງທ້າຍເກມນາທີໆ 87 ໂຈນີ ແຫວນປະເສີິດ ມາຍິງປະຕູຕີສະເໝີ 1-1 ໃຫ້ກັບ ເອັສຣາ ເອັຟຊີ ກ່ອນຈົບເກມສະເໝີກັນ 1-1

ສ່ວນຕາຕະລາງປັດຈຸບັນມີດັ່ງນີ້: