ພາສາຕ່າງປະເທດມາແຮງແຊງ 2 ໃນ 3 ວິຊາຮິດສຸດໃນ ມຊ ປີນີ້

417

ການສຶກສາເປັນສິ່ງໜຶ່ງທີ່ເຮັດໃຫ້ຄົນເຮົາມີຄວາມຮູ້ເພື່ອຕໍ່ຍອດໃນການດຳລົງຊີວິດການເຮັດວຽກໃຫ້ງ່າຍ ແລະ ສະດວກຍິ່ງຂຶ້ນ ແຕ່ຖ້າໃຫ້ດີແມ່ນຕ້ອງມີຄວາມຮູ້ທາງດ້ານພາສາຕ່າງປະເທດໃດໜຶ່ງ ການປະກອບອາຊີບກໍ່ຈະໄດ້ປຽບຫຼາຍຂຶ້ນ, ສຳລັບບ້ານເຮົາໂຄງການລົງທຶນຈາກຈີນຫຼາຍ, ການລົງທຶນຈາກປະເທດອື່ນໆໃຊ້ອັງກິດເປັນຫຼັກ ນີ້ອາດເປັນສາເຫດໃຫ້ການສະໝັກເສັງເຂົ້າ ມຊ ປີນີ້ຂອງເຫຼົ່ານັກສຶກສາຕິດສອງໃນ 2 ສາຂາທີ່ຄົນຢາກຮຽນຫຼາຍທີ່ສຸດ.

ຈະເວົ້າໄປແລ້ວປັດຈຸບັນ ພາສາຕ່າງປະເທດມີອິດທິພົນໃນການສະໝັກວຽກ ຈຶ່ງເຮັດໃຫ້ການເລືອກຮຽນຂອງນ້ອງນັກຮຽນທີ່ຈົບ ມ.7 ນັ້ນແມ່ນມີຄວາມສົນໃຈໃນສາຂາພາສາຕ່າງປະເທດຫຼາຍເປັນພິເສດ ໂດຍໃນສົກຮຽນປີ 2020-2021 ທາງມະຫາວິທະຍາໄລແຫ່ງຊາດ (ມຊ) ແມ່ນໄດ້ເປີດໃຫ້ນ້ອງນັກຮຽນລົງທະບຽນຕັ້ງແຕ່ ວັນທີ 3 ສິງຫາ 2020 ຈົນເຖິງ ວັນທີ 26 ສິງຫາ 2020 ແລະ ໄດ້ມີການສອບເສັງຄັດເລືອກເອົານັກສຶກສາ ໃນວັນທີ 29 ສິງຫາ 2020 ທີ່ຜ່ານມາ. ໂດຍ ມຊ ໄດ້ເປີດໃຫ້ສອບເສັງເຂົ້າຮຽນສາຂາວິຊາຕ່າງໆມີທັງໝົດ 13 ຄະນະວິຊາ ໂດຍລວມມີ 107 ສາຂາວິຊາ ນອກຈາກນີ້ ກໍໄດ້ມີການຈັດອັນດັບສາຂາວິຊາທີ່ນ້ອງນັກຮຽນນິຍົມ ແລະ ລົງທະບຽນສະໝັກຫຼາຍກວ່າໝູ່ມີດັ່ງນີ້:

ອັນດັບ 1 ສາຂາພາສາອັງກິດ ຄະນະອັກສອນສາດ ສະໝັກຈໍານວນ 1.716 ຄົນ

ອັນດັບ 2 ສາຂາບໍລິຫານທຸລະກິດທົ່ວໄປ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສະໝັກຈໍານວນ 1.640 ຄົນ

ອັນດັບ 3 ສາຂາພາສາຈີນ ສະໝັກຈໍານວນ 1.551 ຄົນ

ອັນດັບ 4 ສາຂາການເງິນ ແລະ ການທະນາຄານ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສະໝັກຈໍານວນ 1.326 ຄົນ

ອັນດັບ 5 ສາຂາການບັນຊີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສະໝັກຈໍານວນ 1.310 ຄົນ

(ສະຖິຕິ ວັນທີ 11 ສິງຫາ 2020)

ແຕ່ເຖິງແນວໃດກໍ່ຕາມ ການຮຽນໃນສິ່ງທີ່ຕົນເອງມັກ ແລະ ຮັກ ຈະເຮັດໃຫ້ນ້ອງໆ ເຮັດສິ່ງນັ້ນອອກມາໄດ້ດີ ພ້ອມທັ້ງມີອາຊີບວຽກງານທີ່ດີກວ່າ ແຕ່ອີກດ້ານໜຶ່ງກໍ່ຕ້ອງເບິ່ງວ່າ ສາຂາໃດຄົນຮຽນຫຼາຍຜູ້ຈົບມາກໍ່ຫາວຽກຍາກຂຶ້ນ ຖ້າບໍ່ເກັ່ງອີຫຼີ, ບາງສາຂາທີ່ຫຼາຍຄົນເບິ່ງຂ້າມຈົບອອກມາພັດມີວຽກເຮັດ, ມີເງິນເດືອນສູງກວ່າ ສະນັ້ນການເລືອກສາຍຮຽນບໍ່ຄວນເຫີ່ຕາມກະແສ ແຕ່ຕ້ອງເບິ່ງແນວໂນ້ມໃນອະນາຄົດນຳ ຕ້ອງມີເປົ້າໝາຍຈົບມາຢາກເຮັດຫຍັງ ສ່ວນພາສາຕ່າງປະເທດຮຽນເສີມທາງນອກກໍ່ຍັງໄດ້ ຈັ່ງໃດກໍ່ຂໍໃຫ້ນ້ອງໆໂຊກດີໄດ້ເປັນໜຶ່ງໃນ 8-9 ພັນຄົນທີ່ເພິ່ນຮັບເດີ້!