ຊົມເຊີຍ! 6ເດືອນ ເຊກອງສ້າງຄອບຄົວວັດທະນະທໍາໄດ້ເກືອບ 1.000ຄອບຄົວ

82

ເຊກອງ ເປັນແຂວງໜຶ່ງທີ່ເອົາໃຈໃສ່ປະຕິບັດແຈ້ງການຂອງກົມວັດທະນະທໍາມະຫາຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ວ່າດ້ວຍການສ້າງຄອບຄົວ, ບ້ານວັດທະນະທໍາ ແລະ ບ້ານຕົວແບບທາງດ້ານວັດທະນະທໍາ ໂດຍໃນ 6 ເດືອນຕົ້ນປີ 2020 ແຂວງເຊກອງສາມາດສ້າງຄອບຄົວວັດທະນະທໍາໄດ້ 935 ຄອບຄົວ.

ວັນທີ 4 ກັນຍາ 2020 ນີ້ ພະແນກ ຖວທ ແຂວງເຊກອງຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນວຽກງານວັດນະທໍາ, ວິຈິດສິນ ແລະວຽກງານສູນວັດທະນະທໍາເດັກຂຶ້ນ ໂດຍມີທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ນາງ ວຽງສະໄໝ ວົງວິຈິດ ຮອງຫົວໜ້າພະແນກ ຖວທ ແຂວງ, ມີຫົວໜ້າຫ້ອງການ ຖວທບັນດາເມືອງຕ່າງໆ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສົມພອນ ສີລາສັກ ຫົວໜ້າຂະແໜງວັດທະນະທໍາແຂວງເຊກອງ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຜູ້ເຂົ້າຮ່ວມຈະໄດ້ມີການແລກປ່ຽນ, ຖອດຖອນບົດຮຽນ ເພື່ອຊອກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານການສ້າງຄອບຄົວ, ສ້າງບ້ານວັດທະນະທໍາ ແລະ ບ້ານຕົວແບບທາງດ້ານວັດທະນະທໍາ, ວຽກງານຮີດຄອງປະເພນີ ແລະວິຖີຊີວິດຂອງບັນດາເຜົ່າ, ວຽກງານການຄຸ້ມຄອງປ້າຍໂຄສະນາ-ພິມຈໍາໜ່າຍ, ວຽກງານສິລະປະການສະແດງ, ວຽກງານຄຸ້ມຄອງມໍລະດົກ ແລະຂຶ້ນທະບຽນມໍລະດົກນາມະທໍາ, ວຽກງານການຂະຫຍາຍສູນວັດທະນະທໍາເດັກຢູ່ຂັ້ນເມືອງ.

ໃນ 6 ເດືອນຕົ້ນປີ 2020 ແຂວງສາມາດສ້າງຄອບຄົວວັດທະນະທໍາໄດ້ 935 ຄອບຄົວເທົ່າກັບ 66,78% ຂອງແຜນການປີ, ສ້າງບ້ານວັດທະນະທໍາໄດ້ 6 ບ້ານເທົ່າກັບ 60% ຂອງແຜນການປີ ເຊິ່ງມາຮອດປັດຈຸບັນ ທົ່ວແຂວງມີຄອບຄົວວັດທະນທໍາ 17.245 ຄອບຄົວກວມເອົາ 69% ຂອງຄອບຄົວທົ່ວແຂວງ ແລະຮັບຮອງບ້ານວັດທະນະທໍາແລ້ວຈໍານວນ 157 ບ້ານກວມເອົາ 79,69% ຂອງບ້ານທົ່ວແຂວງ.

ຂໍ້ມູນຈາກ: ຂ່າວ ເຊກອງ