ບໍລິສັດ 3 ເອັສ ແລະ ໄອ-ສະປອດ ຊຸກຍູ້ເຄື່ອງກີລາ ໃຫ້ ສວສ ຈັດກິດຈະກຳ ຕ້ອນຮັບກອງປະຊຸມໃຫຍ່

224

ພິທີມອບ-ຮັບເຄື່ອງກິລາຈາກ 2 ພາກສ່ວນດັ່ງກ່າວ ໄດ້ມີຂຶ້ນໃນຕອນບ່າຍວັນທີ 3 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ນະຄອນຫຼວງວຽງຈັນ, ເປັນກຽດກ່າວມອບຂອງ ທ່ານ ຄໍາປະສົງ ແກ້ວມະຫາວົງ ຮອງຜູ້ອໍານວຍການບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງ ແລະ ໄຟຟ້າ ຈໍາກັດ, ທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຂາຍເຄື່ອງກິລາ ໄອ-ສະປອດ ແລະ ໃຫ້ກຽດກ່າວຮັບແມ່ນ ທ່ານ ຄຳຈັນ ລັດຖະຍອດ ຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ທັງເປັນຫົວໜ້າຄະນະຮັບຜິດຊອບຈັດກິດຈະກຳ, ມີທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກີລາ, ປະທານສະຫະພັນກຳມະບານ ສວສ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບຈັດກິດຈະກຳ ພ້ອມດ້ວຍຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມເປັນສັກຂີພິຍານ.

ການມອບເຄື່ອງຄັ້ງນີ້ກໍເປັນການປະກອບສ່ວນເຂົ້າໃນການຈັດກິດຈະກຳແຂ່ງຂັນກີລາ ລະຫວ່າງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກັບ ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ໃນວັນທີ 4 ກັນຍາ 2020 ທີ່ສະໜາມກິລາຫຍ້າທຽມ ວິກຕໍຣີ ເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ lX ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາ (ສສກ) ທີ່ຈະໄຂຂຶ້ນໃນເດືອນຕຸລານີ້.