ລາວລີກ 2 ພັກແຂ່ງ! ລຸ້ນບານເຕະຊີງຂັນ ສຕລ ຄອມມານໂດ ຮອບເພລອ໊ອຟ ເປີດສາກອາທິດນີ້ ວັດກັນ 6 ຄູ່

176

ການແຂ່ງຂັນບານເຕະຄອມມານໂດ ລາວລີກ 2 ອາທິດນີ້ຈະພັກການແຂ່ງຂັນ ເນື່ອງຈາກສະໂມສອນໃນລາວລີກ 2 ຈະຕ້ອງໄປແຂ່ງຂັນບານເຕະລາຍການຊີງຂັນ ສຕລ ຄອມມານໂດ 2020 ຮອບເພລອ໊ອຟ ກຽມເປີດສາກຂຶ້ນຢ່າງເປັນທາງການໃນທ້າຍອາທິດນີ້ ເພື່ອຄັດເອົາທີມຊະນະໄປແຂ່ງຂັນກັບທີມໃນລາວລີກ 1 ໃນຮອບສຸດທ້າຍຕໍ່ໄປ.

ສໍາລັບທີມທີ່ໄດ້ສິດຢືນໃນຮອບສຸດທ້າຍໃນລາຍການ ສຕລ ຄອມມານໂດ 2020 ປະກອບມີ: ນະຄອນຫຼວງ ຢູໄນເຕັດ ທີມໃນລາວລີກ 2 ໂຊກດີທີ່ສຸດຈັບສະຫຼາກໄດ້ສິດຜ່ານເຂົ້າຮອບສຸດທ້າຍ ຫຼື ຮອບ 16 ທີມສຸດທ້າຍແບບອັດຕະໂນມັດ ໂດຍຈະຢືນລໍຖ້າຮ່ວມກັບ 7 ທີມໃນລາວລີກ 1 ປະກອບດ້ວຍ ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າລາຍການນີ້, ມາສເຕີ 7 ເອັຟຊີ, ຊ້າງນ້ອຍ ເອັຟຊີ, ປກສ ເອັຟຊີ, ເອັສຣາ ເອັຟຊີ, ວຽງຈັນ ເອັຟຊີ ແລະ ວຽງຈັນ ເອັຟທີ.

ສ່ວນທີມທີ່ຕ້ອງແຂ່ງຂັນ ເພື່ອເອົາທີມຊະນະໄປແຂ່ງຂັນຮອບສຸດທ້າຍປະກອບມີ:
+ວັນທີ 5 ກັນຍາ 2020:
-ທຣີນີຕີ ເອັຟຊີ ພົບ ເຮັສບີທີ 941 ເອັຟຊີ ເວລາ 9:00 ໂມງທີ່ສະໜາມຫ້ວຍຫົງ 1
-ກະຣຸດາ ເອັຟຊີ ພົບ ວຽງຈັນ ຢູໄນເຕັດ ເວລາ 16:00 ໂມງທີ່ສະໜາມຫ້ວຍຫົງ 1
-ກອງທັບ ເອັຟຊີ ພົບ ເມືອງຫາດ ຢູໄນເຕັດ ເວລາ 16:00 ໂມງທີ່ສະໜາມຫ້ວຍຫົງ 2

+ວັນທີ 6 ກັນຍາ 2020
-ເອັສອີຊີ ຢູໄນເຕັດ ພົບ ລາວ – ທ໋ອບ ເອັຟຊີ ເວລາ 16:00 ໂມງທີ່ສະໜາມຫ້ວຍຫົງ 1
-ເຄວສ ຢູໄນເຕັດ ພົບ ເອັສທີທີ ເອັຟຊີ ເວລາ 16:00 ໂມງທີ່ສະໜາມຫ້ວຍຫົງ 2
-ບີແກນ ຢູໄນເຕັດ ພົບ ເຄພີເອັສ ເອັຟຊີ ເວລາ 16:00 ໂມງທີ່ສະໜາມກີລາຫຼັກ 16

ສໍາລັບ ຮູບແບບການແຂ່ງຂັນບານເຕະລາຍການຊີງຂັນ ສຕລ ຄອມມານໂດ 2020 ແມ່ນແຂ່ງນັດດຽວຕັດສິນເອົາທີມຊະນະເຂົ້າໄປຮອບສຸດທ້າຍ. ທີມຊະນະເລີດ ຈະໄດ້ຮັບເງິນລາງວັນ 30ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດຈໍານວນ 35 ຫຼຽນ ; ອັນດັບ 2 ໄດ້ຮັບເງິນລາງວັນ 15ລ້ານ ກີບ ຫຼຽນຮອງຊະນະເລີດຈໍານວນ 35 ຫຼຽນ. ນອກຈາກນັ້ນຍັງມີລາງວັນ ນັກກີລາທີ່ຍິງປະຕູສູງສຸດ, ຜູ້ຮັກສາປະຕູດີເດັ່ນ, ນັກກີລາດີເດັ່ນ, ຄູຝຶກດີເດັ່ນ ແລະ ກຳມະການດີເດັ່ນ.
ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ