ຜູ້ບໍລິຫານບໍລິສັດທົ່ວໂລກ 75% ເຊື່ອ ໄບເດນຈະຊະນະການເລືອກຕັ້ງ

152

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜົນສຳຫຼວດ ຄວາມຄິດເຫັນຂອງຜູ້ບໍລິຫານບັນດາບໍລິສັດຍັກ ທັງພາກລັດ ແລະ ເອກະຊົນທົ່ວໂລກ ພົບວ່າ 75% ຂອງຜູ້ຖືກສອບຖາມລະບຸວ່າ ທ່ານ ໂຈ ໄບເດນ ຕົວແທນຈາກພັກເດໂມແຄຣັດ ຈະຊະນະການເລືອກຕັ້ງປະທານາທິບໍດີຂອງສະຫະລັດອາເມຣິກາ ທີ່ຈະມີຂຶ້ນໃນເດືອນພະຈິກຈະເຖິງນີ້.

ທັງນີ້, ຜົນສຳຫຼວດຈາກ CNBC Global CFO Council ໄດ້ສອບຖາມຄວາມຄິດເຫັນຂອງຜູ້ບໍລິຫານບໍລິສັດຂະໜາດໃຫຍ່ທັງພາກລັດ ແລະ ເອກະຊົນ ກວ່າ 40 ບໍລິສັດທົ່ວໂລກ ທີ່ມີມູຄ່າການຕະຫຼາດລວມຫຼາຍກວ່າ 5 ພັນຕື້ໂດລາສະຫະລັດ ໂດຍໄດ້ດຳເນີນແຕ່ວັນທີ 7 – 22 ສິງຫາຜ່ານມາ.

ຜົນສຳຫຼວດດັ່ງກ່າວຍັງສອດຄ່ອງກັບຜົນສຳຫຼວດ ຂອງເວັບໄຊຂອງ Five ThirtyEight ເຊິ່ງຜົນສຳຫຼວດພົບວ່າ ທ່ານ ໂຈ ໄບເດນ ມີໂອກາດຊະນະເຖິງ 70%, ໃນຂະນະທີ່ຜົນສຳຫຼວດ ຂອງCNBC/Change Research Poll ຫຼ້າສຸດພົບວ່າຄະແນນນິຍົມຂອງປະທານາທິບໍດີ ໂດນັນ ທຣຳ ເພີ່ມຂຶ້ນເລັກໜ້ອຍ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ຢູ່ສະຫະລັດໄດ້ເລີ່ມຫຼຸດລົງ ແຕ່ຄະແນນນິຍົມກໍຍັງຕາມຫຼັງ ທ່ານ ໂຈ ໄບເດນຢູ່.