ເຊຍທີມກອງທັບລາວເຂົ້າຮ່ວມ ກິລາການທະຫານສາກົນ 2020 ຈັດຂຶ້ນທີ່ມົສກູ

159

ກິລາການທະຫານ ແລະເວທີເຕັກນິກການທະຫານສາກົນ 2020 ຈັດຂຶ້ນຢ່າງເປັນທາງການ ທີ່ ນະຄອນຫລວງມົສກູ ປະເທດຣັດເຊຍ ໄດ້ເລີ່ມຕົ້ນຂຶ້ນແຕ່ວັນທີ 25 ຫາ 28 ສິງຫາ 2020.


ພັນເອກ ບຸນສົດ ອີນສີນາ ຮອງຫົວໜ້າກົມຊ່າງແສງ ກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ການເຂົ້າຮ່ວມການແຂ່ງຂັນກິລາການທະຫານສາກົນ ARMY GAMES 2020 ທີ່ລັດເຊຍເປັນເຈົ້າພາບ ເພື່ອເປັນການຍົກສູງບົດບາດ ຂອງກອງທັບປະຊາຊົນລາວ ໃນເວທີສາກົນ ເວົ້າລວມ, ເວົ້າສະເພາະແມ່ນເຫລົ່າຮົບຊ່າງແສງ ທັງເປັນການຍົກລະດັບ ຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະຂອງເຫຼົ່າຮົບຊ່າງແສງໃຫ້ມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມສຳນິສຳນານທາງດ້ານພາຫະນະຊະນິດໃໝ່ໆຂອງເຫຼົ່າຮົບ ນອກນັ້ນຍັງເປັນການຖອດຖອນບົດຮຽນໃນການນຳໃຊ້ພາຫະນະໃຫ້ມີຄວາມຄ່ອງແຄ້ວໃນເວລາປະຕິບັດໜ້າທີ່ວຽກງານໂດຍສະເພາະໃນຍາມເກີດໄພພິບັດຕ່າງໆ.


ໃນໄລຍະການແຂ່ງຂັນ ນັກກິລາແຕ່ລະຄົນໄດ້ເອົາໃຈໃສ່ປະຕິບັດລະບຽບແບບແຜນຂອງກອງທັບປະຊາຊົນລາວຢ່າງເຂັ້ມງວດ ເພື່ອສະແດງໃຫ້ຮູ້ວ່າກອງທັບປະຊາຊົນກໍ່ເປັນກອງທັບໜຶ່ງທີ່ມີຄວາມເຂັ້ມແຂງ, ເຖີງວ່າສະພາບແວດລ້ອມ, ດິນຟ້າອາກາດ ອາດຈະບໍ່ເໜາະຄືປະເທດເຮົາກໍ່ຕາມແຕ່ດ້ວຍພະຍາຍາມ ນັກກິລາພວກເຮົາກໍ່ໄດ້ພ້ອມກັນຜ່ານມາ ແລະ ເຮັດສຳເລັດທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໂດຍສະເພາະຍາດເອົາຄວາມຮູ້ຄວາມສາມາດກັບຄືນສູ້ເຫຼົ່າຮົບກໍ່ຄືກອງທັບປະຊາຊົນລາວ.


ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານກອງພັນໃຫຍ່ລົດຖັງຍານເກາະ 661 ໃຫ້ຮູ້ວ່າ: ນີ້ເປັນຄັ້ງທີສອງ ສປປ ລາວ ໄດ້ເຂົ້າຮ່ວມຈຳນວນ 84 ສະຫາຍ ປະກອບມີຄື ລົດຖັງ ແລະເຕັກນິກຊ່າງແສງ, ໃນນີ້ໄດ້ເອົານັກກິລາຈາກລາວໄປ 5 ປະເພດ ມີຈຳນວນ 42 ສະຫາຍ ສ່ວນເຫລືອນັ້ນໄດ້ເອົານັກຮຽນທີ່ກຳລັງສຶກສາວິຊາສະເພາະ ການທະຫານຢູ່ລັດເຊຍເປັນຕົວແທນເຂົ້າຮ່ວມ ປະກອບມີ:


1. ທີມເຫລົ່າຮົບລົດຖັງ-ຍານເກາະ 21 ສະຫາຍ.
2. ທີມເຕັກນິກຊ່າງແສງ 21 ສະຫາຍ.
3. ທີມທະຫານອາກາດກູ້ໄພສຸກເສີນ 10 ສະຫາຍ .
4. ທີມປ້ອງກັນອາກາດ 5 ສະຫາຍ .


5. ທີມສືບຂ່າວ 12 ສະຫາຍ .
6. ທີມທີ່ມີລັງສີ ແລະຊີວະພາບ 7 ສະຫາຍ .
7. ທີມເຕັກນິກຊ່ຽວຊານອາວຸດປືນ, ສຳຫຼັບເຫຼົ່າຮົບຊ່າງແສງ ແບ່ງອອກເປັນ 3 ປະເພດການແຂ່ງຂັນຄື: , ຂ້າມຜ່ານແມ່ນ້ຳ, ຜ່ານສິ່ງກີດຂວາງ, ແລະ ພາຫະນະຊ່າງແສງຮັບປະກັນການສູ້ຮົບ.


ໂດຍ: ແສງສຸລີ ພົມມະຈັກ ລາຍງານຈາກເມືອງໂວນກາກຼາດ