ຈີນ ສົ່ງດາວທຽມສຳຫຼວດໄລຍະໄກດວງໃໝ່ຂຶ້ນສູ່ອະວະກາດ

122

ສຳນັກຂ່າວຊິນຮວາ ລາຍງານວ່າ: ສປ ຈີນ ປະສົບຜົນສຳເລັດໃນການສົ່ງດາວທຽມສຳຫຼວດໄລຍະໄກດວງໃໝ່ ຈາກສູນປ່ອຍດາວທຽມ ຈິວສວນ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງເໜືອຂອງປະເທດຂຶ້ນສູ່ອະວະກາດ.


ດາວທຽມເກົາເຟິນ – 905 ( Gaofen – 905 ) ເຊິ່ງເປັນດາວທຽມອະເນກປະສົງຖືກສົ່ງຂຶ້ນສູ່ວົງໂຄຈອນດ້ວຍຈະຫຼວດຂົນສົ່ງລອງມາຣ – 2 ດີ ( Long March – 2D ) ພ້ອມກັບດາວທຽມ ທົ່ວ 5 ( Tiantuo – 5 ).


ການຍິງຈະຫຼວດຂົນສົ່ງລອງມາຣ – 2 ດີ ຖືເປັນການປະຕິບັດພາລະກິດ ຄັ້ງທີ 343 ຂອງຈະຫຼວດຂົນສົ່ງ ຕະກຸນ ລອງມາຣ ຂອງຈີນ.