ລອດປະຕິຫານ ທີມກູ້ໄພອິນເດຍ ຊ່ວຍເດັກນ້ອຍ 4 ປີ ອອກຈາກຊາກຫັກພັງ

189

ທີມກູ້ໄພອິນເດຍ ສາມາດຊ່ວຍເດັກນ້ອຍອາຍຸ 4 ປີ ອອກຈາກຊາກຫັກພັງຂອງອາຄານ 5 ຊັ້ນ ທີ່ຫັກພັງລົງມາເມື່ອວັນທີ 24 ສິງຫາຜ່ານມາ ທ່າມກາງສຽງໂຮຮ້ອງສະແດງຄວາມດີໃຈຂອງຜູ້ທີ່ມາຊ່ວຍຄົ້ນຫາຜູ້ລອດຊີວິດ.


ຫຼ້າສຸດພົບຜູ້ເສຍຊີວິດແລ້ວ 10 ສົບ ແລະ ຄາດວ່າຍັງມີຜູ້ຕິດຢູ່ໃຕ້ຊາກຫັກພັງຂອງອາຄານປະມານ 60 ຄົນ ໂດຍທາງການໄດ້ລະດົມເຈົ້າໜ້າທີ່, ທີມກູ້ໄພ ແລະ ໃຊ້ໝາດົມກິ່ນເຂົ້າມາຊ່ວຍໃນການປະຕິບັດຄົ້ນຫາຜູ້ທີ່ຕິດຢູ່ໃຕ້ຊາກອາຄານ ເຊິ່ງເຈົ້າໜ້າທີ່ໄດ້ລະດົມກັນຄົ້ນຫາຜູ້ຕິດຢູ່ໃຕ້ຊາກອາຄານຕະຫຼອດ 24 ຊົ່ວໂມງ ນັບແຕ່ຕອນເກີດເຫດເປັນຕົ້ນມາ.