ຍທຂ ເມືອງ ອາດສະພັງທອງ ລົງສໍາຫຼວດເສັ້ນທາງທີ່ເປ່ເພຫຼັງຝົນໜັກ

114

ເມື່ອກ້າວເຂົ້າສູ່ລະດູຝົນ ອີກບັນຫາໜຶ່ງທີ່ສ້າງຄວາມເດືອດຮ້ອນໃຫ້ກັບປະຊາຊົນ ກໍ່ຄືຜູ້ສັນຈອນໃຊ້ລົດໃຊ້ຖະໜົນທຽວໄປ-ມາ ແມ່ນເສັ້ນທາງ ໂດຍສະເພາະທາງດິນແດງ ເມື່ອຝົນຕົກມາໃສ່ ເຮັດໃຫ້ເສັ້ນທາງເປິເປື້ອນ, ເປ່ເພ ການສັນຈອນຍາກລໍາບາກ ດັ່ງເມືອງອາດສະພັງທອງ ກໍາລັງພົບບັນຫາດັ່ງກ່າວຢູ່ຕອນນີ້.

ແຕ່ຫຼ້າສຸດ ໃນວັນທີ 21 ສິງຫາ 2020 ຜ່ານມາ ທ່ານ ແກ້ວມະນີ ອິນທິລາດ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ພ້ອມດ້ວຍພະນັກງານວິຊາການໄດ້ລົງສໍາຫຼວດເສັ້ນທາງຢູ່ບ້ານ ວັດທະນະສົມບູນ ທີ່ໄດ້ຮັບຄວາມເປ້ເພໃນຊ່ວງລະດູຝົນ ໂດຍພາຍໃຕ້ການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ພອນເພັດ ໄຊປັນຍາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ອາດສະພັງທອງ ທັງເປັນຜູ້ຊີ້ນໍາກຸ່ມບ້ານພ້ອມດ້ວຍການນໍາຂັ້ນບ້ານກໍ່ໄດ້ຕອນຮັບ.

ການລົງສໍາຫຼວດໃນຄັ້ງນີ້; ກໍ່ໄດ້ຮັບຟັງການລາຍງານສະພາບຄວາມເປ່ເພຂອງເສັ້ນທາງຈາກອໍານາດການປົກຄອງບ້ານ ວັດທະນະສົມບູນ ໂດຍໃຫ້ຮູ້ວ່າໃນຕົ້ນເດືອນສິງຫາປີ 2020; ເກີດມີຝົນຕົກໜັກຂຶ້ນເລື້ອຍໆຈຶ່ງເຮັດໃຫ້ເສັ້ນທາງເລີ່ມແຕ່ເສັ້ນທາງເລກທີ 9 ເຂົ້າຫາເມືອງຊົນນະບູລີ ມີຫຼາຍຈຸດທີ່ເສຍຫາຍຢ່າງໜັກໜ່ວງເຮັດໃຫ້ລົດປະເພດ 4 ລໍ້ທົ່ວໄປບໍ່ສາມາດສັນຈອນເຂົ້າອອກໄດ້ຈຶ່ງເຮັດໃຫ້ການສັນຈອນໄປມາຂອງປະຊາຊົນພາຍໃນບ້ານແມ່ນພົບກັບຄວາມຫຍຸ້ງຍາກ; ໃນນັ້ນ ຈຸດທີ່ເສຍຫາຍໜັກຄື: ກິໂລແມັດທີ 3 ຍາວ 150 ແມັດ.

ຈາກນັ້ນ; ທ່ານ ແກ້ວມະນີ ອິນທິລາດ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງກໍ່ໄດ້ໃຫ້ທິດຊີ້ນໍາແມ່ນຕ້ອງໄດ້ແກ້ໄຂສ້ອມແປງສຸກເສີນດ້ວຍການຖົມຫີນປະມານ 50- 60 ລົດເພື່ອແກ້ໄຂໃນຂັ້ນຕົ້ນໃຫ້ສາມາດສັນຈອນໃນໄລຍະນີ້ໄປກ່ອນ.

ຂໍ້ມູນຈາກ: ຫ້ອງການ ຖວທ ເມືອງອາດສະພັງທອງ