ສາລະວັນ ກຽມຮັບຮອງເອົາຫໍພຣະໄຕປີດົກ ເປັນມໍລະດົກຂອງທ້ອງຖິ່ນ

332

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ຮ່ວມກັບ ຫ້ອງການ ອພສ ແຂວງ, ເຈົ້າອະທິການວັດສີມຸງຄຸນ, ຂະແໜງການ, ອົງການທີ່ກ່ຽວຂ້ອງຂັ້ນແຂວງ – ເມືອງ ຈັດກອງປະຊຸມປຶກສາຫາລືກ່ຽວກັບການຂຶ້ນທະບຽນພະພຸດທະຮູບ ແລະ ເກັບກໍາຂໍ້ມູນເພື່ອກຽມທີ່ຈະຮັບຮອງເອົາຫໍພຣະໄຕປີດົກ ( ວັດກາງ ) ເມືອງ ແລະ ແຂວງສາລະວັນ ເປັນມໍລະດົກຂອງທ້ອງຖິ່ນຂຶ້ນໃນວັນທີ 12 ສິງຫາ 2020.

ຫໍໄຕດັ່ງກ່າວ ແມ່ນຕັ້ງຢູ່ບ້ານວັດກາງ ເມືອງສາລະວັນ ແຂວງສາລະວັນ ເປັນຫໍໄຕທີ່ງົດງາມ ເປັນມໍລະດົກອັນລໍ້າຄ່າທາງດ້ານວັດທະນະທໍາ, ເປັນສີມືອັນປານີດຂອງນັກຈິດຕະກອນບູຮານ, ເປັນຄັງສາງພຣະໄຕປີດົກຂອງສາສະໜາພຸດນັບແຕ່ປະຖົມມະການແປດໝື່ນທຳມະຂັນ ທີ່ປະກອບມີໜັງສືສູດເທດ ແລະ ຄຳສອນຕ່າງໆ ລ້ວນແຕ່ແມ່ນພູມປັນຍາຂອງນັກປາດ.

ຫໍໄຕແຫ່ງນີ້ສ້າງຂຶ້ນປີ ຄ.ສ 1857 ທ້າຍການປົກຄອງຂອງສັກດີນາສະຫຍາມ ໂດຍການເປັນເຈົ້າສັດທາຂອງພະເອກະລາດທີ 6 ທ້າວເຫງົ້າຊຽງກັນຍາ ແລະ ໄພ່ພົນໂຍທາໃນຂອບເຂດສາລະວັນ ເຊິ່ງພະຍາເຫງົ້າຊຽງກັນຍາ ໄດ້ນິມົນອາຈານຄູຈາກເມືອງນະຄອນລາດຊະສີມາ ( ປະເທດໄທ ) ພ້ອມດ້ວຍເປັນຊ່າງນຳພາການກໍ່ສ້າງຄູ່ກັບສິມຫຼັງເກົ່າ ທີ່ຢູ່ຂ້າງກັບຫ້ອງການ ປກສ ແຂວງສາລະວັນໃນປັດຈຸບັນ. ສໍາລັບວັດສະດຸກໍ່ສ້າງແມ່ນໄມ້ກັບດິນ ປະກອບມີເສົາ 54 ຕົ້ນ, ວາດຊົງລາວບູຮານ ເຊັ່ນ: ໂດຍໃຊ້ສິ່ວເຈາະຮູ, ຕອກລູກໄມ້ຄັດຕ່າງໆ. ສ່ວນຫຼາຍແມ່ນໃຊ້ໄມ້ມັນປາ, ໄມ້ແຄນ, ໄມ້ດູ່ ເປັນຕົ້ນ. ນອກຈາກນັ້ນ, ເພິ່ນຍັ່ງຄວັດຮູບພາບຕາມປ້ານລົມ, ສີໜ້າປະຕູທີ່ສະແດງເຖິງປະຫວັດສາດຂອງສາສະໜາ ແລະ ຄວາມອຸດົມຮັ່ງມີສະໄໝບູຮານ.

ມາເຖິງປີ ຄ.ສ 1920 ຂ້າຫຼວງໃຫຍ່ຂອງຝຣັ່ງປະຈຳອິນດູຈີນ ໄດ້ຮັບທຶນຈາກເຄືອຈັກກະພົບ ແລະ ປະເທດທຶນນິຍົມ ເພື່ອມາປະຕິສັງຂອນວັດຖຸບູຮານ, ວັດວາສາສະໜາ; ສຳລັບແຂວງສາລະວັນ ກໍໄດ້ຮັບທຶນປະຕິສັງຂອນຫໍໄຕດັ່ງກ່າວ ແລະ ພະຄູຈັນທາ ໄດ້ມອບໃຫ້ຊຽງປ້ອມ ບ້ານດົງໜ້ອງ ຜູ້ມີສີມືເປັນຜູ້ສ້ອມແປງຕົກແຕ່ງລວດລາຍທີ່ຊຸດໂຊມໃຫ້ກັບຄືນມາຄືເກົ່າ.

ຮອດປີ ຄ.ສ 1970 ຫໍໄຕປີດົກທີ່ເຫຼື້ອມສະຫງ່າຄຽງຄູ່ກັບຊາວພຸດທີ່ເຄົາລົບນົບໄຫວ້ຕາມຮີດ 12 ຄອງ 14 ໄດ້ຖືກຝູງບິນ T28 ຂອງສະຫະລັດອາເມຣິກາ ຍິງທຳລາຍຫໍໄຕດັ່ງກ່າວກາຍເປັນເທົ່າຖ່ານ ເຫຼືອໄວ້ພຽງແຕ່ເສົາບາງຕົ້ນທີ່ຍັງຊີ້ຟ້າ ແລະ ຕໍ່ມາການຈັດຕັ້ງຂັ້ນເທິງ ແລະ ມວນຊົນແຂວງສາລະວັນໄດ້ຮ່ວມແຮງຮ່ວມໃຈ ແລະ ພະລັງສັດທາສ້າງຫໍໄຕຫຼັງໃໝ່ຕາມແບບສະບັບເດີມດັ່ງທີ່ເຮົາເຫັນໃນປັດຈຸບັນນີ້.

[ ຮຽບຮຽງໂດຍ: ສົມສະຫວິນ ] ( ເນື້ອໃນ – ຮູບ: ໜັງສືພິມສາລະວັນ )