ທ່ານຮອງນາຍົກລົງຊຸກຍູ້ຕິດຕາມການກະກຽມ ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍ່ແກ້ວ

192

ທ່ານ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເດີນທາງເຄື່ອນໄຫວເຮັດວຽກຢູ່ແຂວງພາກເໜືອໃນລະຫວາງວັນທີ 20-22 ສິງຫາ 2020 ນີ້ໂດນມີບັນດາສະຫາຍລັດຖະມົນຕີ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຫ້ອງວ່າການຮ່ວມເດີນທາງ ໃນນັ້ນ ແຂວງບໍ່ແກ້ວທ່ານບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ນຳພາຄະນະອອກຕ້ອນຮັບການເຄື່ອນໄຫວເຮັດວຽກດັ່ງກ່າວຂອງທ່ານຮອງນາຍົກລັດຖະມົນຕີ.


ທ່ານ ບົວຄົງ ນາມມະວົງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ແຂວງບໍ່ແກ້ວ, ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ, ອົງຄະນະ 2 ກອງບັນຊາການ ແລະ ກອງປະຊຸມໃຫຍ່ໜ່ວຍພັກ, ຄະນະພັກຮາກຖານບັນດາພະແນກການ-ອົງການທຽບເທົ່າຂັ້ນແຂວງໄດ້ເລີ່ມກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ໜ່ວຍພັກຂັ້ນບ້ານ ມາເລີ່ມແຕ່ກາງປີ2018 ຮອດເດືອນ 3/2020 ສໍາເລັດກອງປະຊຸມໃຫຍ່ອົງຄະນະພັກເມືອງ 5 ເມືອງ ແລະ ອົງຄະນະພັກ 2 ກອງບັນຊາການ. ຈາກນັ້ນແມ່ນໄດ້ເລີ່ມເຂົ້າດຳເນີນກອງປະຊຸມໃຫຍ່ໜ່ວຍພັກ, ຄະນະພັກຮາກຖານ ພະແນກການ-ອົງການທຽບເທົ່າຂອງແຂວງ, ມາຮອດປະຈຸບັນນີ້ສຳເລັດທຸກໜ່ວຍພັກ, ຄະນະພັກຮາກຖານ, ຊຶ່ງມີ 12 ຄະນະພັກຮາກຖານ, 57 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ແລະ 24 ໜ່ວຍພັກເອກະລາດ,ຜົນຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ແລະ ອົງຄະນະພັກ 2 ກອງບັນຊາການ ແລະ ອົງການຈັດຕັ້ງມະຫາຊົນ.

ໂດຍລວມແມ່ນໄປຕາມເປົ້າໝາຍທີ່ວາງໄວ້, ມີທັງຜູ້ເກົ່າ, ຜູ້ໃໝ່, ຮຸ່ນອາວຸໂສ, ລຸ້ນກາງ, ລຸ້ນໜຸ່ມ ໃນນັ້ນລຸ້ນກາງ ແລະ ລຸ້ນໜຸ່ມ ກວມອັດຕາສວ່ນຫຼາຍ. ມີເພດຍິງ ແຕ່ເຫັນວ່າຍັງມີອັດຕາສ່ວນນ້ອຍ,ການກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI ໄດ້ກະກຽມທັງ 3 ດ້ານ ເປັນຕົ້ນຄື: ດ້ານຂະບວນການ, ດ້ານເນື້ອໃນ,ດ້ານບຸກຄະລະກອນ, ຄາດຫມາຍສູ້ຊົນໃນ 5 ປີຕໍ່ໜ້າ( 2021-2025 ) ປະກອບມີ ທິດທາງລວມຄາດຫມາຍສູ້ຊົນ ແລະ ວຽກງານຈຸດສຸມແຕ່ລະດ້ານ ໃນຈຳນວນໃນການກະກຽມ ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI. ແຜນການສືບຕໍ່ອັນລວມ ແລະ ອັນລະອຽດຂອງແຕ່ລະອະນຸກໍາມະການແມ່ນມີເອກະສານສືບຕໍາດໍາເນີນຊີວິດການເມືອງຄະນະບໍລິຫານງານພັກແຂວງ ຕະຫຼອດສະໄໝທີ V ຕິດພັນກັບການທາບທາມໂຄງປະກອບບຸກຄະລາກອນຮອບທີ 3.


ພ້ອມກັນນັ້ນຈະດຳເນີນການທາບທາມຄະນະປະຈຳພັກແຂວງ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ປະທານ ແລະ ຮອງປະທານກວດກາພັກ ຮອບທີ່ 2.ດໍາເນີນກອງປະຊຸມຄັ້ງສຸດທ້າຍ ທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງ ເພື່ອພິຈາລະນາຮັບຮອງເອົາເໜືອໃນ, ຕົກລົງຈຳນວນລາຍຊື່ດ້ານບຸກຄະລາກອນ ແລະ ກວດກາ ການກະກຽມຄວາມພ້ອມທຸກດ້ານ.ຄາດຄະເນການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ 6 ຢ່າງເປັນທາງການໃນໄວໆນີ້.


ທ່ານ ບຸນທອງ ຈິດມະນີ  ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໂອ້ລົມຊີ້ນຳໃຫ້ບັນດາຄະນະຮັບຜິດຊອບກໍ່ຄືການນຳແຂວງບໍ່ແກ້ວ. ຈົ່ງເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຕິດພັນກັບການພັດທະນາເສດຖະກິດສັງຄົມຍູ້ແຮງການສົ່ງເສີມການຜະລິດຫັນສູ່ອຸດສາຫະກຳທີທັນສະໄໝ,ຕິດຕາມການລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຕາມທິດ 3 ສ້າງ,ເອົາໃຈໃສ່ວຽກແນວໂຮມມະຫາຊົນ,ການປັບປຸງກໍ່ສ້າງພັກພະນັກງານຕິດພັກກັບວຽກງານພົວພັນຮ່ວມກັບສາກົນ.ພ້ອມກັນຕ້ານການລະບາດຂອງພະຍາດໂຄວິດ19.ທັງໝົດນັ້ນແມ່ນແນ່ໃສ່ເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງບໍ່ແກ້ວຄັ້ງທີ 6 ໃຫ້ຮັບປະກັນສະຖຽນລະພາບທາງດ້ານການເມືອງ,ຖືກຕ້ອງຕາມທັດສະນະຂອງກົມການເມືອງສູນກາງພັກວາງໄວ້.