ໄຊຍະບູລີ ຮັບຮອງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ

90

ວັນທີ 19 ສິງຫາຜ່ານມາ ຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຮັບຮອງຄັ້ງສຸດທ້າຍຂອງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ແລະ ການກໍານົດເຂດປະເມີນລາຄາ ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ.

ທ່ານ ບຸນລັບ ແສງອາພອນ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030 ເຂົ້າສູ່ພາກປະຕິບັດຕົວຈິງ ເພື່ອສ້າງແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມໃນທົ່ວແຂວງໄຊຍະບູລີ ໃຫ້ເຂົ້າສູ່ລະບົບ ແລະ ລະບຽບຫຼັກການ ເພື່ອເຮັດໃຫ້ທີ່ດິນ ແລະ ສິ່ງແວດລ້ອມໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາຢ່າງມີປະສິດທິຜົນ, ສາມາດນໍາຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ, ກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາບັນດາຫຼັກການ, ວິທີການສ້າງແຜນ, ມາດຕະການຈັດຕັ້ງປະຕິບັດ, ທີ່ຕັ້ງພູມສັນຖານ, ກໍານົດເຂດຖິ້ມຂີ້ເຫຍື້ອຂອງເມືອງ, ບ້ານ ແລະ ຄອບຄົວ, ສະຖານທີ່ປິ່ນປົວ, ສະຖານທີ່ສຶກສາ, ສໍານັກງານ – ອົງການ ແລະ ອື່ນໆ, ວິໄສທັດ – ຍຸດທະສາດຂອງການຈັດສັນທີ່ດິນ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອດປີ 2030.

[ ຂ່າວ – ຮູບ: ອຸ່ນເຮືອນ ໂພທິລັກ ]