ໂອນບ້ານຄຳປ່າແໜ ເມືອງຈຳພອນ ໄປຂຶ້ນກັບເມືອງຊົນນະບູລີ

111

ພິທີມອບ – ໂອນ ບ້ານຄຳປ່າແໜ ເມືອງຈຳພອນ ໄປຂຶ້ນກັບເມືອງຊົນນະບູລີ ແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 14 ສິງຫາ 2020 ທີ່ສະໂມສອນບ້ານຄຳປ່າແໜ ໂດຍການເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນ ທັງເປັນຜູ້ພັດທະນາບ້ານດັ່ງກ່າວ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະປະຊາຊົນບ້ານຄຳປ່າແໜເຂົ້າຮ່ວມ.

ທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງຈຳພອນ ກ່າວວາ: ບ້ານຄຳປ່າແໜ ແມ່ນບ້ານໜຶ່ງຂອງເມືອງຈຳພອນ ເຊິ່ງຫ່າງຈາກຕົວເມືອງໄປຫາທິດຕາເວັນອອກ ປະມານ 18 ກິໂລແມັດ, ມີພົນລະເມືອງທັງໝົດ 826 ຄົນ ຍິງ 392 ຄົນ, ມີ 154 ຄອບຄົວ, ມີ 116 ຫຼັງຄາເຮືອນ, ປະຊາຊົນເຊື່ອຖືສາສະໜາພຸດ, ເປັນເຜົ່າກະຕາງ, ມີອາຊີບເຮັດນາເປັນຕົ້ນຕໍ, ປູກຝັງ ແລະ ລ້ຽງສັດເປັນອາຊີບສຳຮອງ.

ຢ່າງໃດກໍຕາມ, ບ້ານຄຳປ່າແໜ ຍັງມີຂໍ້ຈຳກັດຫຼາຍດ້ານ ເປັນຕົ້ນ: ປະຊາຊົນຍັງຂາດເຂີນເຂົ້າກິນເປັນຈຳນວນຫຼາຍຄອບຄົວ ເຊິ່ງເປັນສາເຫດເຮັດໃຫ້ບ້ານຄຳປ່າແໜ ບໍ່ທັນຮັບປະກັນທາງດ້ານສະບຽງອາຫານ ລວມທັງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ການຈັດຕັ້ງລະບົບການເມືອງຂອງອົງການປົກຄອງບ້ານບໍ່ທັນເຂັ້ມແຂງໃນການນຳພາປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ ກໍຄືການຫຼຸດຜ່ອນການໄປຂໍທານ.

ພາຍຫຼັງທີ່ທາງໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ໄດ້ມອບໂຄງການແກ້ໄຂ ຄວາມທຸກຍາກບ້ານຄຳປ່າແໜແລ້ວ ເມືອງຈຳພອນກໍໄດ້ເອົາໃຈໃສ່ເປັນພິເສດ ໂດຍກຳນົດເປົ້າໝາຍຈຸດສຸມເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ແນໃສ່ບໍ່ໃຫ້ປະຊາຊົນໄປຂໍທານ ໂດຍຫັນເອົາພະນັກງານ ລົງມາສືບຕໍ່ຈັດຕັ້ງປະຕິບັດໜ້າວຽກຈຸດສຸມ ເປັນຕົ້ນ: ນຳພາໃນການປູກຝັງ – ລ້ຽງສັດ, ຈັດຕັ້ງຝຶກອົບຮົມສ້າງຄອບຄົວຕົວແບບ, ຍົກສະມັດຖະພາບການຜະລິດຕ່າງໆ ແຕ່ການຈັດຕັ້ງປະຕິບັດແມ່ນພົບຂໍ້ຫຍຸ້ງຍາກ ຍ້ອນຂາດເຂີນທາງດ້ານງົບປະມານ.

ຈາກນັ້ນ, ທ່ານ ຄຳລຸຍ ຍາດຕິວົງ ແລະ ທ່ານ ສຸວິໄລ ຫຼວງສະລາດ ເຈົ້າເມືອງຊົນນະບູລີ ໄດ້ຮ່ວມເຊັນບົດບັນທຶກມອບ – ໂອນ ບ້ານຄຳປ່າແໜ ພ້ອມດ້ວຍເຂດແດນຄຸ້ມຄອງຂອງບ້ານ ໄປຂຶ້ນກັບອຳນາດການປົກຄອງເມືອງຊົນນະບູລີ ແຂວງ ສະຫວັນນະເຂດ.

ທ່ານ ສັນຕິພາບ ພົມວິຫານ ໄດ້ເນັ້ນໜັກໃຫ້ການນຳຂອງເມືອງຊົນນະບູລີ ຕ້ອງໄດ້ລົງໃກ້ຊິດຕິດແທດກັບປະຊາຊົນ, ນຳພາປະຊາຊົນສ້າງສາພັດທະນາ ເພື່ອປ່ຽນແປງຮູບແບບວິຖີການດຳລົງຊີວິດຂອງປະຊາຊົນໃຫ້ມີການພັດທະນາດີຂຶ້ນ, ທາງພາກສ່ວນກະສິກຳ ແລະ ປ່າໄມ້ກໍຕ້ອງໄດ້ນຳພາເອົາໃຈໃສ່ຊຸກຍູ້ໃນການປູກ, ການລ້ຽງຂອງປະຊາຊົນໃຫ້ກຸ້ມຢູ່ກຸ້ມກິນ, ສ້າງໃຫ້ປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.