ເປີດສະຖາບັນທຸລະກິດ ແສງສະຫວັນ ວິທະຍາເຂດ ຫຼັກ 21

235

ກຸ່ມການສຶກສາ ແສງສະຫວັນ ໄດ້ເປີດໂຕສະຖາບັນທຸລະກິດ ແສງສະຫວັນ ຂຶ້ນເພື່ອສະຫຼອງ 22 ປີ ໃນການດໍາເນີນທຸລະກິດ ພ້ອມວາງເປົ້າກຽມສອນລະດັບປະລິນຍາໂທ ໃນສາຂາ MBA ສາກົນຮ່ວມມືກັບມະຫາວິທະຍາໄລຕ່າງປະເທດ.

ທ່ານ ປອ. ຄໍາແສນ ສີສະວົງ ປະທານກຸ່ມການສຶກສາ ແສງສະຫວັນ ກ່າວວ່າ: ກຸ່ມການສຶກສາແສງສະຫວັນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 18 ສິງຫາ 1998 ໂດຍໄດ້ຮັບອະນຸຍາດຈາກກະຊວງສຶກສາທິການ ແລະ ກີລາ ໃຫ້ສ້າງຕັ້ງເປັນສູນພາສາຕ່າງປະເທດ, ຮອດປີ 2000 ກໍໄດ້ຍົກຖານະເປັນວິທະຍາໄລ ສອນລະດັບຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ ສອນຫຼັກສູດບໍລິຫານທຸລະກິດ ແລະ ຫຼັກສູດພາສາອັງກິດ.

ໃນປີ 2003 ກໍໄດ້ສ້າງຕັ້ງໂຮງຮຽນສາມັນສຶກສາຕັ້ງແຕ່ຊັ້ນອະນຸບານ ຈົນເຖິງມັດທະຍົມຕອນປາຍອີກ ລວມມີ 5 ແຫ່ງ ຄື: ປະຖົມ – ມັດທະຍົມສົມບູນສອງພາສາ ແສງສະຫວັນ 1, 2, 3, 4 ແລະ ໂຮງຮຽນນານາຊາດອົສຕຣາລີ ( Australian International School ) ທີ່ຕັ້ງຢູ່ 5 ຕົວເມືອງໃນນະຄອນຫຼວງ ວຽງຈັນ, ແຕ່ລະແຫ່ງກໍໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ທັງປະລິມານ ແລະ ຄຸນນະພາບ ມັນສະແດງອອກເຖິງຈໍານວນນັກຮຽນມີການເພີ່ມຂຶ້ນແຕ່ລະປີ ລວມທັງນັກຮຽນ – ນັກສຶກສາທີ່ຮຽນຢູ່ໃນກຸ່ມຂອງແສງສະຫວັນ ມີ 4.250 ຄົນທີ່ຮຽນຢູ່; ມີຄູ – ອາຈານ, ພະນັກງານທັງໝົດ 207 ຄົນ ( ລະດັບປະລິນຍາເອກ 9 ທ່ານ, ປະລິນຍາໂທ 60 ທ່ານ, ປະລິນຍາຕີ 100 ທ່ານ, ຊັ້ນສູງວິຊາຊີບ 35 ທ່ານ ແມ່ນພະນັກງານບໍລິຫານ ), ມີສະຖານທີ່ຕັ້ງຢູ່ 6 ແຫ່ງ, ມີພື້ນຖານໂຄງລ່າງ ແລະ ອຸປະກອນຮັບໃຊ້ການຮຽນ – ການສອນຕາມ 5 ຫຼັກມູນ.

ຮອດມື້ນີ້ສະຖາບັນທຸລະກິດ ແສງສະຫວັນ ຈຶ່ງໄດ້ຂະຫຍາຍວິທະຍາເຂດແຫ່ງໃໝ່ຂອງຕົນຂຶ້ນຢູ່ທີ່ ຫຼັກ 21 ນີ້ ແລະ ກໍມີ ຄວາມພ້ອມທີ່ຈະສິດສອນລະດັບປະລິນຍາຕີ ໃນ 5 ສາຂາວິຊາ ຄື: ປະລິນຍາຕີ ສາຂາບໍລິຫານທຸລະກິດ, ປະລິນຍາຕີ ສາຂາຜູ້ປະກອບການ, ປະລິນຍາຕີ ສາຂາພາສາອັງກິດ, ປະລິນຍາຕີ ສາຂາວິສະວະກໍາຊ໊ອຟແວຣ໌ ແລະ ປະລິນຍາຕີ ສາຂາການຄ້າເອເລັກໂຕຣນິກ ( ຄອມພິວເຕີທຸລະກິດ ) ສາຂາວິສະວະກໍາຊ໊ອຟແວຣ໌ ແລະ ສາຂາການຄ້າເອເລັກໂຕຣນິກ ແມ່ນຫຼັກສູດຮ່ວມມືກັບ FPT. ພ້ອມດຽວກັນນັ້ນ, ສະຖາບັນຂອງພວກເຮົາກໍກໍາລັງກະກຽມຍື່ນຂໍອະນຸຍາດເປີດສອນປະລິນຍາໂທ ໃນສາຂາ MBA ສາກົນຮ່ວມມືກັບມະຫາວິທະຍາໄລຕ່າງປະເທດ.

ພິທີເປີດໂຕຈັດຂຶ້ນວັນທີ 18 ສິງຫາ 2020 ທີ່ຫຼັກ 21 ເມືອງໄຊທານີ ເຂົ້າຮ່ວມມີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍປະທານ ແລະ ຜູ້ບໍລິຫານກຸ່ມການສຶກສາ ແສງສະຫວັນ ເຂົ້າຮ່ວມ.