ທສວ ລົງຊຸກຍູ້ ແລະ ຖອດຖອນບົດຮຽນຈາກບໍລິສັດຜະລິດຖ່ານຂາວສົ່ງອອກ

213

ກອງທຶນສົ່ງເສີມວິສາຫະ ກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໄດ້ສະໜອງເງິນ 1,6 ຕື້ກີບ ໃຫ້ ບໍລິສັດ ບີເຄເອັນ ຂະຫຍາຍການຜະລິດຖ່ານຂາວສົ່ງອອກຕ່າງປະເທດ. ມາໃນວັນທີ 14 ສິງຫາ 2020 ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມ SME ທັງເປັນຜູ້ອຳນວຍການກອງທຶນສົ່ງເສີມ SME ແລະ ທີມງານໄດ້ລົງຕິດຕາມ ບໍລິສັດ ບີເຄເອັນ ຈຳກັດ ຢູ່ບ້ານສະພັງຄະນົງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ບໍລິສັດດັ່ງກ່າວເປັນບໍລິສັດຜະລິດຖ່ານຂາວສົ່ງອອກປະເທດຍີ່ປຸ່ນ ໂດຍນຳໃຊ້ໄມ້ຕິ້ວທີ່ສົ່ງເສີມປະຊາຊົນປູກ ເປັນວັດຖຸດິບໃນການຜະລິດ, ບໍລິສັດໄດ້ເຊັນສັນຍານໍາປະຊາຊົນ ໃນຮູບແບບ 2 + 3 ເພື່ອສະໜອງໃຫ້ບໍລິສັດ ເຊິ່ງປະຊາຊົນປະກອບສ່ວນເນື້ອທີ່ດິນ ແລະ ແຮງງານ, ບໍລິສັດເປັນຜູ້ສະໜອງເບ້ຍໄມ້, ແນະນໍາດ້ານເຕັກນິກວິຊາການ ແລະ ເກັບຊື້ຈາກປະຊາຊົນ. ມາຮອດປັດຈຸບັນບໍລິສັດມີເນື້ອທີ່ການປູກໄມ້ຕິ້ວຕາມສັນຍາທັງໝົດ 1.559 ເຮັກຕາ ແລະ ມີເຕົາເຜົາຖ່ານຫຼາຍກວ່າ 50 ເຕົາ, ມີພະນັກງານສະເລ່ຍແຕ່ລະປີ 90 ກວ່າຄົນ.

ບໍລິສັດ ບີເຄເອັນ ຈຳກັດ ໄດ້ຮັບສິນເຊື່ອຈາກທະນາຄານພັດທະນາລາວ ມູນຄ່າ 1,6 ຕື້ກີບ ເພື່ອນຳໃຊ້ເປັນທຶນຄົງທີ່ໃນການກໍ່ສ້າງສາງເກັບສິນຄ້າ ຈຳນວນ 2 ຫຼັງ, ຫໍພັກກຳມະກອນ 1 ຫຼັງ ແລະ ນຳໃຊ້ເປັນທຶນໝູນວຽນໃນການຊື້ເບ້ຍໄມ້ໃຫ້ປະຊາຊົນປູກຈໍານວນໜຶ່ງ. ນອກນີ້ ກໍ່ມີແຜນການຂະຫຍາຍເຕົາເຜົາຖ່ານຕື່ມອີກ 10 ເຕົາ ຢູ່ເມືອງທ່າພະບາດ.

ທ່ານ ບຸນອຸ້ມ ພັນທະປັນຍາ ຜູ້ອຳນວຍການ ບໍລິສັດ ບີເຄເອັນ ຈຳກັດ ກ່າວວ່າ: ຫຼັງຈາກໄດ້ຮັບສິນເຊື່ອແລ້ວໄດ້ມີແຜນການນຳໃຊ້ເງິນໃຫ້ຖືກເປົ້າໝາຍ ແລະ ຊຳລະເງິນກູ້ຕາມເວລາຕາມທີ່ທະນາຄານກຳນົດ ໂດຍທ່ານໄດ້ເລືອກການຈ່າຍທັງຕົ້ນທຶນ ແລະ ດອກເບ້ຍໄປພ້ອມກັນແຕ່ລະເດືອນ. ທັງນີ້, ກໍເພື່ອຫຼຸດຜ່ອນຄວາມສ່ຽງໃນການຈ່າຍຕົ້ນທຶນເປັນຈໍານວນຫຼາຍ.

ທ່ານ ນາງ ລັດທະນາ ດວງບຸບຜາ ໄດ້ມີຄຳເຫັນຊີ້ນຳວ່າ “ ການລົງຕິດຕາມຫົວໜ່ວຍທຸລະກິດຄັ້ງນີ້ ເພື່ອຕິດຕາມທັງເປັນການລົງເກັບກຳຂໍ້ມູນກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ຜູ້ປະກອບການໄດ້ປະສົບພົບພໍ້ ເພື່ອຈະນຳໄປຄົ້ນຄວ້າຫາແນວທາງຊ່ວຍເຫຼືອຜູ້ປະກອບການ.