ຜົນສອບສວນເບື້ອງຕົ້ນເຫດລະເບີດໃນນະຄອນຫຼວງເບຣຸດ

91

ສະຖານີໂທລະພາບ LBCI ຂອງລີບັງ ລາຍງານວ່າ: ຜົນການສືບສວນ – ສອບສວນເບື້ອງຕົ້ນເຫດລະເບີດສະເທືອນຂວັນບໍລິເວນທ່າເຮືອໃນນະຄອນຫຼວງເບຣຸດ ຂອງລີບັງ ເມື່ອວັນທີ 4 ສິງຫາຜ່ານມາ ຊີ້ໃຫ້ເຫັນວ່າເກີດຈາກຄວາມປະໝາດຢ່າງຮ້າຍແຮງ ເນື່ອງຈາກໃນສາງເກັບມ້ຽນສິນຄ້າແຫ່ງໜຶ່ງບໍລິເວນທ່າເຮືອໃນນະຄອນຫຼວງເບຣຸດ ໄດ້ເກັບມ້ຽນສານແອັມໂມເນຍໄນເຕຣດ ຈຳນວນ 2.700 ໂຕນ ລວມກັບໝາກກະໂພກ, ນ້ຳມັນກ໊າດ ເມທີລິນ ແລະ ໄນໂຕຣເຈນ ລວມນ້ຳໜັກ 24 ໂຕນ.

ລາຍງານລະບຸວ່າ: ສານແອັມໂມເນຍໄນເຕຣດ ພຽງຢ່າງດຽວບໍ່ສາມາດເກີດລະເບີດໄດ້ ແຕ່ການເກັບສານດັ່ງກ່າວໄວ້ລວມກັບສານເຄມີຊະນິດອື່ນໆ ອາດຈະເປັນຕົ້ນເຫດກໍ່ໃຫ້ເກີດໂສກນາດຕະກຳຄັ້ງຮ້າຍແຮງນີ້ຂຶ້ນໄດ້. ນອກຈາກນັ້ນ, ຍັງພົບວ່າມີແຮງງານ 3 ຄົນ ໄດ້ຈອດເຊື່ອມໂລຫະໃນສາງເກັບສິນຄ້າດັ່ງກ່າວ ແລະ ອອກຈາກບໍລິເວນເກີດເຫດຫຼັງເວລາ 17:00 ໂມງ ຕາມເວລາທ້ອງຖິ່ນ ເຊິ່ງປະມານໜຶ່ງຊົ່ວໂມງກ່ອນຈະເກີດເຫດລະເບີດຂຶ້ນ.

ເຈົ້າຄອງນະຄອນຫຼວງເບຣຸດ ປະເມີນວ່າ: ເຫດລະເບີດຄັ້ງນີ້ຄາດວ່າສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນບໍ່ຕ່ຳກວ່າ 10 ຕື້ໂດລາ ເຊິ່ງບໍ່ນັບຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບທີ່ບໍ່ສາມາດປະເມີນມູນຄ່າໄດ້.