ມາສເຕີ 7 ເສຍທ່າໃຫ້ ເອັສຣາ ທ້າເກມ ຈົນຕ້ອງເຮັດວຽກໜັກ ໃນການພົບກັບແຊັມເກົ່າ ແລງນີ້

131

ຖືວ່າເຂົ້າທາງແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ເກືອບທຸກທາງໄປເລີຍ, ຫຼັງຈາກທີ່ ມາສເຕີ 7 ເອັຟຊີ ຖືກ ເອັສຣາ ເອັຟຊີ ຕີສະເໝີໃນໄລຍະຕໍ່ເວລາພິເສດນັດສົ່ງທ້າຍຮອບຂາໄປ ເມື່ອທ້າຍອາທິດ ທີ່ຜ່ານມາ ເຮັດໃຫ້ລາວໂຕໂຢຕ້າຂຶ້ນນໍາ ມາສເຕີ 7 ເອັຟຊີ 2 ຄະແນນຫຼັງສິ້ນສຸດຮອບຂາໄປ.

ຂະນະທີ່ມາສເຕີ 7 ເອັຟຊີ ຍອມຮັບແລ້ວວ່າໝົດສິດໃຊ້ງານນັກເຕະຕ່າງປະເທດທີ່ຍັງບໍ່ສາມາດເດີນທາງເຂົ້າປະເທດລາວ ທີ່ຈະພົບກັບ ແຊັມເກົ່າ ໃນແລງມື້ນີ້ 18 ສິງຫາ 2020 ເຊິ່ງອາດເປັນນັດຕັດສິນແຊັມເລີຍກໍເປັນໄດ້.

ກ່ອນໜ້ານີ້ ມາສເຕີ 7 ເອັຟຊີ ຮອງແຊັມເກົ່າ ຄືຄູ່ແຂ່ງສໍາຄັນສໍາລັບ ແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ເພາະມີໂອກາດເຮັດຄະແນນເທົ່າກັນຫາກຊະນະເອັສຣາ, ແຕ່ຫຼ້າສຸດນັດສົ່ງທ້າຍຮອບຂາກັບ ມາສເຕີ 7 ເອັຟຊີ ກັບມາສະດຸດ ຫຼັງສາມາດພິກຂຶ້ນນໍາ ເອັສຣາ ເອັຟຊີ 2-1 ແລ້ວແຕ່ໃນໄລຍະຕໍ່ເວລານາທີໆສຸດທ້າຍ ຜູ້ຮັກສາປະຕູຂອງ ມາສເຕີ 7 ເອັຟຊີ ອອກມາປັດບານພາດກ່ອນເຂົ້າທາງຂອງ ພັດທະນາ ພົມມະເທບ ໂໝ່ງເຂົ້າໄປຈົບເກມ ມາສເຕີ 7 ເອັຟຊີ ສະເໝີກັບ ເອັສຣາ ເອັຟຊີ 2-2 ໃນການແຂ່ງຂັນປະຈໍາວັນທີ 15 ສິງຫາ ທີ່ຜ່ານມາ.

ເຮັດໃຫ້ ລາວໂຕໂຢຕ້າ ເອັຟຊີ ຂຶ້ນນໍາຕາຕະລາງຄະແນນລວມແບບດ່ຽວໆທັນທີ ລົງສະໜາມ 6 ນັດມີ 16 ຄະແນນໜີຫ່າງ ມາສເຕີ 7 ເອັຟຊີ 2 ຄະແນນ ພ້ອມທັງໜີຫ່າງ ອັນດັບ 3 ແລະ 4 ຢ່າງ ຊ້າງນ້ອຍ ເອັຟຊີ ກັບ ວຽງຈັນ ເອັຟຊີ ທີ່ມີ 7 ຄະແນນເທົ່າກັນ ເຮັດໃຫ້ໂອກາດປ້ອງກັນແຊັມຂອງ ລາວໂຕໂຢຕ້າ ສົດໃສຂຶ້ນທັນທີ ໂດຍສະເພາະນັດມື້ແລງນີ້ວັນທີ 18 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ ເວລາ 18:00 ໂມງ ຈະຫຼິ້ນໃນຖານະທີມເຈົ້າບ້ານພົບກັບ ມາສເຕີ 7 ເອັຟຊີ ເຊິ່ງອາດເປັນນັດຕັດສິນແຊັມເລີຍກໍເປັນໄດ້ ຫຼັງນັດທໍາອິດສະເໝີກັນ 1-1 ໃນຮອບຂາໄປ.

ແນ່ນອນວ່າ ມາຮອດຕອນນີ້ ລາວໂຕໂຢຕ້າ ເອັຟຊີ ກັບ ມາສເຕີ 7 ເອັຟຊີ ກາຍເປັນ 2 ທີມທີ່ຍັງບໍ່ເສຍຈັກນັດ ແລະ 2 ທີມທີ່ຍັງມີໂອກາດລຸ້ນແຊັມຫຼາຍທີ່ສຸດ ເບິ່ງຈາກຟອມ ແລະ ປະສິດທິພາບຂອງທີ.ຢ່າງໃດກໍຕາມ ມາສເຕີ 7 ເອັຟຊີ ຕ້ອງຊະນະ ລາວໂຕໂຢຕ້າ ເອັຟຊີ ສະຖານດຽວໃນນັດຮອບຂາກັບມື້ແລງນີ້ ເພື່ອພິກສະຖານະການຂຶ້ນໄປລຸ້ນອີກຄັ້ງ ຫຼື ຢ່າງໜ້ອຍສຸດກໍຕ້ອງສະເໝີໄວ້ກ່ອນ ເພື່ອຕໍ່ລົມຫາຍໃຈ.

ການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2020 ຮອບຂາກັບ ຈະເລີ່ມເປີດສາກທັນທີໃນແລງມື້ນີ້ວັນທີ 18 ສິງຫາ 2020 ໂດຍເປັນຄູ່ບິກແມັດລະຫວ່າງ ລາວໂຕໂຢຕ້າ ເອັຟຊີ ເປີດບ້ານພົບ ມາສເຕີ 7 ເອັຟຊີ, ເຊິ່ງຕົວເດັດຂອງ ແຊັມເກົ່າມີ ໂກເມສ ຄອສຕ້າ ຍິງໄປແລ້ວ 6, ກາຊູ ໂຮມມະ ແລະ ພິທັກ ກອງມະທິລາດ. ສ່ວນ ມາສເຕີ 7 ເອັຟຊີ ມີ ກຽງທະວີສັກ ໄຊຊະນະປັນຍາ (ຜູ້ຍິງປະຕູຕີສະເໝີນັດທໍາອິດ 1-1) ຍິງໄປແລ້ວ 4, ແກ້ວວຽງເພັດ ລິດທິເດດ ຜູ້ນໍາດາວຍິງສູງສຸດຍິງໄປແລ້ວ 8 ປະຕູ ແລະ SOULEYMANE COULIBALY ກອງໜ້າຊາວມາລິ ທີ່ມີຄວາມໄວສູງ.

ຮູບ-ຂ່າວ: ຄໍາສອນ, ສອນໄຊ