ມາສເຕີ 7 ງານໜັກແລ້ວຖືກ ເອັສຣາ ຕີິສະເໝີທ້າຍເກມ ນັດໜ້າຕ້ອງຊະນະແຊັມເກົ່າເພື່ອລຸ້ນແຊັມ

101

ການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2020 ປະຈໍາວັນທີ 15 ສິງຫາ 2020 ຄູ່ບິກແມັດລະຫວ່າງ ມາສເຕີ 7 ເອັຟຊີ ພົບກັບ ເອັສຣາ ເອັຟຊີ ປາກົດວ່າ: ສະເໝີກັບ 2-2

ໂດຍເອັສຣາ ໄດ້ປະຕູຂຶ້ນນໍາກ່ອນ 1-0 ຈາກການຍິງລູກຟຣີຄິກສຸດງາມຂອງ ໂຈນີ ແຫວນປະເສີດ ກ່ອນຈົບເຄິ່ງເວລາທໍາອິດດ້ວຍຄະແນນດັ່ງກ່າວ ສ່ວນເຄິ່ງເວລາທີ 2 ມາສເຕີ 7 ເອັຟຊີ ມາໄດ້ 2 ປະຕູລວດໃນໄລຍະທ້າຍເກມ ຈາກການຍິງຂອງ ແກ້ວວຽງເພັດ ລິດທິເດດ ນາທີໆ 70 ແລະ COULIBALY SOULEYMANE ນາທີໆ 77 ແຕ່ແລ້ວ ພັດທະນາ ພົມມະເທບ ຍິງປະຕູໃຫ້ ເອສະຣາ ເອັຟຊີ ຕີສະເໝີ 2-2 ໃນນາທີໆ 90+3 ກ່ອນຈົບການແຂ່ງຂັນໄປ.

ຈາກຜົນດັ່ງກ່າວເຮັດໃຫ້ ແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ຢຶດທີມນໍາແບບດຽວ ແລະ ແນ່ນອນ ມາສເຕີ 7 ເອັຟຊີ ຕ້ອງພົບກັບງານໜັກ ເພາະຕ້ອງ ຊະນະ ລາວໂຕໂຢຕ້າ ເອັຟຊີ ສະຖານດຽວ ຈິ່ງຈະມີລຸ້ນແຊັມລາວລີກ 1 ປີ 2020 ໂດຍນັດຕໍ່ໄປ ມາສເຕີ ເອັຟຊີ ຈະພົບກັບ ລາວໂຕໂຢຕ້າ ເອັຟຊີ ໃນນັດກາງອາທິດນີ້ ເຊິ່ງອາດເປັນນັດຕັດສິນແຊັມເລີຍກໍເປັນໄດ້ ເພາະນັດທໍາອິີດຮອບຂາໄປ ສະເໝີກັບ 1-1.

ຕາຕະລາງຄະແນນລວມ