Unitel ໄດ້ຮັບລາງວັນ 2 ລາງວັນໃນປີ 2020 Stevie Awards Asia-Pacific

208

ຢູນີເທວແມ່ນຜູ້ໃຫ້ບໍລິການໜື່ງດຽວທີ່ໄດ້ຮັບລາງວັນໃນງານ Asia-Pacific Stevie Awards ປີ 2020 ແລະ ຢັ້ງຢືນວ່າ ບໍລິສັດ ສະຕາໂທລະຄົມ ແມ່ນຖືເປັນເຄືອຂ່າຍນໍາໜ້າ ແລະ ເປັນເຄືອຂ່າຍບຸກເບີກຄົ້ນຄິດໃນການສ້າງຜະລິດຕະພັນໃໝ່ໆອອກສູ່ສັງຄົມ ເພື່ອຫັນປ່ຽນດິຈິຕອນໃນລາວ ແລະ ກ້າວໄປສູ່ເປົ້າໝາຍການເປັນ “ຜູ້ໃຫ້ບໍລິການເຄືອຂ່າຍເຕັກໂນໂລຊີ ຊັ້ນນຳໃນອະນາຄົດ” ໃນ ສປປ ລາວ.

ລາງວັນ Stevie ແມ່ນລາງວັນທີ່ມີຊື່ສຽງອັນດັບໜຶ່ງຂອງໂລກ ເພື່ອເປັນສັນຍາລັກທີ່ສະແດງເຖິງຜົນສຳເລັດ ແລະ ການປະກອບສ່ວນຂອງບັນດາອົງການຈັດຕັ້ງ ແລະ ຜູ້ຊ່ຽວຊານທົ່ວໂລກ.

ປີນີ້, ລາງວັນ Stevie Awards ອາຊີ – ປາຊີຟິກໄດ້ມີການສະເໜີຊື່ຫລາຍກວ່າ 1,000 ລາຍການ ຈາກ 29 ປະເທດ ແລະ ເຂດແຄວ້ນ. ບໍລິສັດສະຕາໂທລະຄົມເປັນບໍລິສັດດຽວຈາກ ສປປ ລາວ ທີ່ໄດ້ຮັບ 2 ລາງວັນກໍຄື ບັນດາຜະລິດຕະພັນ ແລະ ການພັດທະນາດ້ານລະບົບໄອທີ ເຊິ່ງສະແດງໃຫ້ເຫັນເຖິງຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວສ່ວນໃຫຍ່.

ສໍາລັບລາງວັນການໃຫ້ບໍລິການກະເປົາເງິນເທິງມືຖື “E-Wallet” ອອກຊື່ບໍລິການວ່າ “u-money”, ຢູນີເທວໄດ້ຮັບລາງປະເພດ ເງິນໃນໝວດ “ນະວັດຕະກຳດ້ານຜະລິດຕະພັນ ແລະ ການບໍລິການສໍາລັບຜູ້ບໍລິໂພກ” ຢູນີເທວກໍໄດ້ຮັບອະນຸຍາດໃຫ້ທົດລອງນໍາໃຊ້ບໍລິການຢູມັນນີ “u-money” ຈາກທະນາຄານແຫ່ງ ສປປ ລາວ ແຕ່ປີ 2018 ທົດລອງບໍລິການການເງິນເທິງມືຖືໃຊ້ບໍລິການແລະ ເປັນບໍລິສັດທໍາອິດທີ່ເລີ່ມໃຫ້ບໍລິການນີ້, ເພື່ອສະໜອງບໍລິການດ້ານການເງິນເທິງມືຖືຮູບແບບການຊໍາລະ-ການໂອນຕ່າງໆ ສ້າງຄວາມປອດໄພ ແລະ ເປັນບໍລິການໃໝ່ ເພື່ອໃຫ້ບໍລິການແກ່ປະຊາຊົນຫຼາຍກວ່າ 7 ລ້ານຄົນ ໃນ ສປປ ລາວ.

ໃນປີ 2019, ຢູນີເທວໄດ້ເຂົ້າຮ່ວມໂຄງການຄຸ້ມຄອງພົນລະເມືອງຂອງກະຊວງພາຍໃນຂອງລາວ. ໂດຍສະໜອງລະບົບຄຸ້ມຄອງ ຂໍ້ມູນພົນລະເມືອງທັງໝົດ ໄດ້ຖືກອັບລົງໃນລະບົບຊອບແວ, ປັບປຸງຄວາມສາມາດໃນການຄຸ້ມຄອງຂໍ້ມູນ ແລະ ຂໍ້ມູນກ່ຽວກັບປະຊາຊົນເຊັ່ນ: ການບັນທຶກການເກີດ, ການແຕ່ງງານ, ການຕາຍ ແລະ ອື່ນໆ. ເຊິ່ງຊ່ວຍຫຼຸດຜ່ອນຂັ້ນຕອນການບໍລິຫານຂອງພາກລັດໃນຫຼາຍໆຂັ້ນຕອນ, ເປັນບໍລິສັດດຽວທີ່ໃຫ້ການສະໜອງລະບົບດັ່ງກາ່ວ ທີ່ປະເທດລາວໄດ້ຈັດຕັ້ງປະຕິບັດການຄຸ້ມຄອງລະບົບພົນລະເມືອງເອເລັກໂຕຣນິກ, ປ່ຽນແທນການຄຸ້ມຄອງສະຖານະພາບພົນລະເຮືອນດ້ວຍປື້ມຄືກັນກັບທີ່ຜ່ານມາ. ການແກ້ໄຂເຕັກໂນໂລຊີດ້ານການບຸກເບີກນີ້ ຢູນີເທວໄດ້ຮັບລາງວັນໃນໝວດ “ນະວັດຕະກຳ ໃນການບໍລິການບໍລິຫານຂອງພາກລັດ”ພົນລະເມືອງ ຫຼື Innovation in Government Services Civil Registration and Vital Statistics (CRVS) System

ຜູ້ຕາງໜ້າ ຂອງ ສະຕາໂທລະຄົມ ໄດ້ແບ່ງປັນວ່າ: “ໃນຖານະເປັນບໍລິສັດນຳໜ້າດ້ານເຕັກໂນໂລຊີ – ຂໍ້ມູນຂ່າວສານໃນລາວ, ສະຕາໂທລະຄົມ ຍາມໃດກໍຕັ້ງໃຈສ້າງ ແລະ ພັດທະນາຜະລິດຕະພັນ / ການບໍລິການເພື່ອຕອບສະໜອງ ການຫັນປ່ຽນຢ່າງເຕັມສ່ວນ ໃນການພັດທະນາປະເທດຊາດ, ຢູນີເທວ ທີ່ໄດ້ຮັບໃນລາງວັນ Asia-Pacific Stevie Awards ປີ 2020 ໄດ້ຢັ້ງຢືນເຖິງຄວາມພະຍາຍາມໃນການພັດທະນາທີ່ບໍ່ຢຸດຢັ້ງ ແລະ ຍັງສະແດງໃຫ້ເຫັນເຖິງຄວາມຮັບຮູ້ຄວາມສາມາດ ທຽບເທົ່າກັບສາກົນ ດ້ານຄຸນະພາບຂອງຜະລິດຕະພັນ ແລະ ການບໍລິການຂອງບໍລິສັດ .

ປະຈຸບັນ, Unitel ໄດ້ເຊັນສັນຍາຮ່ວມມືກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວ ເພື່ອຈັດຕັ້ງຜັນຂະຫຍາຍບັນດາໂຄງການເຊັ່ນ: ລັດຖະບານເອເລັກໂຕຼນິກ, ການແພດທັນສະໄໝ…ການຮ່ວມມືດັ່ງກ່າວເພື່ອຍຸດທະສາດການຫັນເປັນດິຈີຕອນຂອງ ສ.ປ.ປ.ລາວ ພາຍໃຕ້ການຊີ້ນຳຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ Unitel ເຂົ້າຮ່ວມເປັນທີ່ປຶກສາ. ນອກຈາກນັ້ນ, Unitel ຍັງໄດ້ເສີມຂະຫຍາຍ ແລະ ພັກດັນການຮ່ວມມືກັບຫຼາຍກະຊວງ, ບັນດາຫົວໜ່ວຍທຸລະກິດຂະໜາດໃຫຍ່ ເພື່ຶອສົ່ງເສີມການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານ ແລະ ຊິວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ.ເອກະສານອ້າງອີງ: asia.stevieawards.com