ນິສສັນມອບລາງວັນລົດໃຫຍ່ຜູ່ໂຊກດີແມ່ນມາຈາກແຂວງວຽງຈັນ

79

ການຈັບສະຫຼາກແຈກໂຊກມອບລາງວັນໃຫຍ່ຂອງບໍລິສັດຕັນຈົງມໍເຕີລາວ ໄດ້ຈັດຂຶ້ນເມື່ອເດືອນກໍລະກົດ ທີ່ຜ່ານມາ ຊຶ່ງຜູ້ໂຊກດີໄດ້ລົດນິສສັນເທີຣ່າໄປຄອງ ແມ່ນມາຈາກແຂວງວຽງຈັນ.

ບໍລິສັດຕັນຈົງ ມໍເຕີ (ລາວ) ຈຳກັດຜູ້ດຽວ (TCML) ທີ່ນຳເຂົ້າລົດນິສສັນ ພຽງຜູ້ດຽວໃນປະເທດລາວ ແລະ ຍັງເປັນສາຂາ ບໍລິສັດຕັນຈົງມໍເຕີ ໂຮນດີ້ງ ເບີຮັດ (ມາເລເຊຍ) ໄດ້ປະກາດຜູ້ທີ່ໄດ້ຮັບລາງວັນໃຫຍ່ ລົດນິສສັນ ເທີຣ່າ ໃນວັນທີ 11 ກໍລະກົດທີ່ຜ່ານມາ ຜູ້ທີ່ໄດ້ຮັບລາງວັນ ແມ່ນ ທ່ານ ນາງ ສຸດາລັດ ມາລາວົງ ບ້ານ ນາໝາກ ເມືອງ ທຸລະຄົມ ແຂວງວຽງຈັນ ແລະ ຜູ້ໂຊກດີທັງສອງທ່ານ ທີ່ໄດ້ຮັບຄຳແທ່ງ ແລະ ໂທລະພາບ 55 ນີ້ວ ໄດ້ແກ່ ທ່ານ ນາງ ທະນູສອນ ທະຍາລາດ ບ້ານ ເມືອງນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ທ່ານ ສົມຈັນ ບຸນເລີດ ບ້ານ ດົງປາລານທົ່ງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.

ທ່ານ ລີມຊີຄຽງ ຫົວຫນ້າປະຈຳລາວ ຂອງ ບໍລິສັດ ຕັນຈົງມໍເຕີ ໂຮນດີ້ງ (ລາວ) ໄດ້ກ່າວວ່າ: ຈາກປະສົບການໃນການໃຊ້ລົດ ເຈົ້າຕ້ອງໃຊ້ເວລາໃນການຮຽນຮູ້ ແລະ ທົດສອບໃນການຂັບຂີ່ວ່າມັນເໝາະສົມກັບຮູບແບບການໃຊ້ຊີວິດຂອງທ່ານແນວໃດ ເພື່ອໝັ້ນໃຈວ່າ ທ່ານໄດ້ຕັດສິນໃຈເລືືອກຢ່າງຖືກຕ້ອງ. ບໍລິສັດຕັນຈົງມໍເຕີລາວ ໄດ້ຈັດໂປຣໂມຊັນ ຊື້ລົດລຸ້ນຮັບລົດນິສສັນເທີຣ່າ ແລະ ໄດ້ຈັດງານຈັບສະຫລາກຫາຜູ້ໂຊກດີໃນຄັ້ງນີ້ແມ່ນ ເພື່ອສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນມາຍັງລູກຄ້າທຸກໆທ່ານທີ່ໄວ້ວາງໃຈ ແລະ ເລືອກຊື້ລົດນິສສັນຈາກພວກເຮົາ.

ສໍາລັບທ່ານ ນາງ ສຸດາລັດ ມາລາວົງ ໄດ້ສະແດງຄວາມຮູ້ສຶກວ່າ: ເມື່ອຂ້ອຍໄດ້ຍິນສຽງປະກາດຈາກພິທີກອນອອກຊື່ ທ່ານ ນາງ ສຸດາລັດ ມາລາວົງ ທີ່ແລກຂ້ອຍບໍ່ເຊື່ອວ່າຂ້ອຍໄດ້ລາງວັນ ລົດນິສສັນ ເທີຣ່າ ມັນຊາໄປໝົດໂຕ ແລະ ນັ່ງຕັ້ງສະຕິກ່ອນຈິ່ງລຸກ ຂຶ້ນ ມັນຕື່ນເຕັ້ນ ແລະ ດີໃຈຫລາຍ; ຂ້ອຍຕ້ອງຂໍຂອບໃຈ ບໍລິສັດ ຕັນຈົງ ມໍເຕີ ລາວ ( ນິສສັນ ລາວ ) ທີ່ໄດ້ມອບລາງວັນໃຫຍ່ແບບນີ້ໃຫ້ແກ່ຂ້ອຍ ແລະ ຄອບຄົວ.

ໂປຣໂມຊັນຊື້ລົດລຸ້ນລົດນິສສັນເທີຣ່ານີ້ ແມ່ນເລີ່ມຕັ້ງແຕ່ເດືຶອນ ກໍລະກົດ ປີ 2019 ຜູ້ທີ່ມີເງື່ອນໄຂໃນການເຂົ້າຮ່ວມງານຈັບສະຫລາກລຸ້ນຮັບລົດນິສສັນ ແມ່ນລູກຄ້າທີ່ຊື້ລົດ ນິສສັນ ນາວາຣາ, ເອັກເທວ ແລະ ເອີແວນ (ລົດຕູ້) ໃນໄລຍະໂປຣໂມຊັນນີ້ ທ່ານ ຈະມີສິດໜຶ່ງຄັ້ງ ໃນການຈັບສະຫລາກປະຈຳເດືອນ ແລະ ມີສິດອີກຄັ້ງທີ 2 ໃນການຈັບສະ ຫລາກລາງວັນໃຫຍ່.

ສຳລັບລູກຄ້າທີ່ຊື້ລົດ ນິສສັນ ເທີຣ່າ ແລະ ອອກລົດ ໃນໄລຍະໂປຣໂມຊັນນີ້ ຈະໄດ້ຮັບສິດເຖິງສອງຄັ້ງ ( ຄືໄດ້ຄູປອງສອງໃບ ) ໃນການຈັບສະຫລາກປະຈຳເດືອນ ແລະ ຈັບສະຫລາກລາງວັນໃຫຍ່.

ນິສສັນ ໄດ້ເຕີບໂຕຢ່າງຕໍ່ເນື່ອງ ໃນປະເທດລາວ ຄວາມເພິ່ງພໍໃຈຂອງລູກຄ້າຖືເປັນຫຼັກສຳຄັນ ແລະ ບໍລິສັດ ຕັນຈອງ ມໍເຕີລາວ ມີຄວາມມຸ່ງໝັ້ນ ມອບການບໍລິການໃຫ້ຄຳປຶກສາແນະນຳກ່ອນທີ່ຈະຊື້ລົດນິສສັນ ແລະ ບໍລິການຫລັງການຂາຍໃຫ້ດີທີ່ສຸດພ້ອມຂະ ຫຍາຍສາຂາອອກສູ່ແຂວງຕ່າງໆ ລູກຄ້າທີ່ມາຢ້ຽມຢາມງານວາງສະແດງລົດໃນງານຈັບສະ ຫລາກ ທາງບໍລິສສັນ ຕັນຈົງ ມໍເຕີ ລາວ ໄດ້ກຽມລົດ ນິສສັນເທີຣ່າ, ນິສສັນ ນາວາລາ ພຣີມຽມ, ນິສສັນເອັກເທວ ແລະ ຜູ້ທີ່ຈອງລົດໃນງານນີ້ ຈະໄດ້ຮັບສິດທິ ແລະ ສ່ວນຫລຸດພິເສດ.

ສຳລັບຂໍ້ມູນເພີ່ມຕື່ມ ກຽ່ວກັບລົດນິສສັນທຸກລຸ້ນໃນລາວຕິດຕາມຜ່ານທາງ ເຟສ ນິສສັນລາວ NissanLaos ຫລື ໂທຕິດຕໍ່ສອບຖາມ 02076224494

ບໍລິສັດຕັນຈອງມໍເຕີ (ລາວ)ຈຳກັດພຽງຜູ້ດຽວ (TCML) ແມ່ນ ສາຂາບໍລິສັດ ໂຮນດີ້ງ (ມາເລເຊຍ) ຊຶ່ງເປັນຜູ້ນຳເຂົ້າລົດນິສສັນ ພຽງຜູ້ດຽວໃນ ສປປ ລາວ ໄດ້ເປີດສູນ ນິສສັນ 3S ສູນທຳອິດໃນນະຄອນຫລວງວຽງຈັນ ຈາກນັ້ນບໍລິສັດ TCML ແມ່ນໄດ້ສ້າງສະຖິຕິ ຍອດຂາຍທີ່ໂດດເດັ່ນ ໃນຕະຫລາດລົດປະເທດລາວ ໂດຍລົດກະບະ ນິສສັນນາວາຣ່າ ແລະ ນິສສັນເອັກເທວ; ບໍລິສັດ TCML ໄດ້ຮັບລາງວັນ the 2016 Nissan Global Award ຊຶ່ງເປັນລາງວັນລະດັບໂລກ ທີ່ໃຫ້ການຍອມຮັບຕົວແທນຈຳຫນ່າຍ ນິສສັນ ອີງຕາມຜົນປະກອບການທີ່ໂດດເດັ່ນ ໃນສົກປີ 2018.

ສໍາລັບຂໍ້ມູນເພີ່ມເຕີມ ກ່ຽວກັບລົດນິດສັນທຸກລຸ້ນໃນລາວ, ກະລຸນາເຂົ້າເບິ່ງ ເວັບໄຊຂອງນິສັນລາວ ຫລື ຕິດຕາມໜ້າເພຈເຟັສບຸກຂອງນິສັນລາວ ຢູ່ທີ່ NissanLaos

ຫລື ສະດວກໄປສາຂາໃດຕິດຕໍ່ສອບຖາມຕາມເບີດ້ານລຸ່ມນີ້ເລີຍ:

ສຳນັກງານໃຫຍ່ ນະຄອນຫຼວງ ຈອມແຈ້ງ : 021 316 072-3

ສາຂາ ດອນແດງ ນະຄອນຫຼວງ: 021 565 056

ສາຂາ ສະຫວັນນະເຂດ : 020 5555 7843

ສາຂາ ປາກເຊ : 020 2377 2323