ມາສເຕີ 7 ເອັຟຊີ ກັບບົດພິສູດນັດສົ່ງທ້າຍຮອບຂາໄປ ລາວລີກ 1 ລຸ້ນຢຶດທີມນໍາ

132

ໃນທີ່ສຸດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ກໍກຽມເດີນທາງມາຮອດເຄິ່ງທາງແລ້ວ ໂດຍນັດທ້າຍອາທິດນີ້ຈະເປັນການແຂ່ງຂັນອາທິດສຸດທ້າຍຂອງຮອບຂາໄປ ກ່ອນທີ່ຈະໄປລຸ້ນກັນຕໍ່ໃນຮອບຂາກັບ.
ຄູ່ສຳຄັນ ປະຈໍາອາທິດເປັນການພົບກັນລະຫວ່າງ ມາສເຕີ 7 ເອັຟຊີ ກັບ ເອັສຣາ ເອັຟຊີ ໂດຍສະເພາະ ມາສເຕີ 7 ເອັຟຊີ ນັດນີ້ຈະເປັນນັດພິສູດຄັ້ງສໍາຄັນວ່າ ປີນີ້ມີດີພໍບຽດລຸ້ນແຊັມກັບ ແຊັມເກົ່າ.

ເປບຊີ ລາວລີກ 1 ລະດູການນີ້ແຂ່ງຂັນ 2 ຮອບ ( ຂາໄປ ແລະ ຂາກັບ ) ມີ 7 ທີມເຂົ້າຮ່ວມແຂ່ງຂັນ ເຊິ່ງມາຮອດປັດຈຸບັນ ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າ ເກັບຄະແນນໄດ້ທຸກໆນັດໃນຮອບຂາໄປໄດ້ຕາມເປົ້າ ເນື່ອງຈາກລົງສະໜາມຄົບ 6 ນັດ ຊະນະໄດ້ 5 ນັດ ແລະ ສະເໝີ 1 ນັດ ຢຶດທີມນໍາຂອງຕາຕະລາງຄະແນນລວມໄດ້ສໍາເລັດ ພ້ອມເກັບຄວາມໄດ້ປຽບໄວ້ໃນມື ໂດຍອາທິດນີ້ຈະບໍ່ມີການແຂ່ງຂັນ ເນື່ອງຈາກແຂ່ງຄົບແລ້ວໃນຮອບຂາໄປ ລໍຖ້າລຸ້ນຕໍ່ໃນເຄິ່ງລະດູການຫຼັງ.

ຈາກຜົນດັ່ງກ່າວເຮັດໃຫ້ຍັງມີພຽງທີມດຽວທີ່ຍັງບໍ່ເສຍທ່າໃຫ້ກັບ ແຊັມເກົ່າ ນັ້ນກໍຄື ມາສເຕີ 7 ເອັຟຊີ ຮອງແຊັມເກົ່າ ທີ່ປີນີ້ຕັ້ງເປົ້າເປັນແຊັມໃຫ້ໄດ້. ຢ່າງໃດກໍຕາມ ນັດທ້າຍອາທິດນີ້ ມາສເຕີ 7 ເອັຟຊີ ກໍພົບກັບງານໜັກແນ່ນອນ ເພາະຕ້ອງພົບກັບ ເອັສຣາ ເອັຟຊີ ທີມນ້ອງໃໝ່ທີ່ຟອມໂດດເດັ່ນ ແລະ ການພົບການຄັ້ງນີ້ເປັນຄັ້ງທໍາອິດຂອງທັງສອງທີມ.
ໃນນັດຫຼ້າສຸດ ເອັສຣາ ເອັຟຊີ ເສຍໃຫ້ກັບ ແຊັມເກົ່າ ພຽງ 1-2 ທັງທີ່ຂາດນັກເຕະຕົວສໍາຄັນຂອງທີມເຖິງ 2 ຄົນ ເຮັດໃຫ້ ມາສເຕີ 7 ເອັຟຊີ ຕ້ອງເຮັດວຽກບ້ານຢ່າງໜັກກ່ອນແຂ່ງຂັນນັດນີ້.

ມາສເຕີ 7 ເອັຟຊີ ນັດນີ້ຈະບໍ່ສາມາດໃຊ້ ສາຍຊົນ ຂຸນສໍານານ ກອງຫຼັງຕົວສໍາຄັນ ເນື່ອງຈາກຍັງຕິດໂທດຈາກການໄດ້ໃບແດງ. ຢ່າງໃດກໍຕາມ ນັດຫຼ້າສຸດ ແອັດ ວຽງຄໍາ ສາມາດມາທົດແທນໄດ້ດີ ພາທີມຊະນະ ວຽງຈັນ ເອັຟຊີ 4-0, ສ່ວນນັກເຕະຄົນອື່ນໆຍັງຢູ່ຄົບ ໂດຍສະເພາະກອງໜ້າຄວາມຫວັງກໍມີ ແກ້ວວຽງເພັດ ລິດທິເດດ ຜູ້ນໍາດາວຍິງສູງສຸດປັດຈຸບັນຍິງໄປແລ້ວ 7 ປະຕູ, ກຽງທະວີສັກ ໄຊຊະນະປັນຍາ ຍິງໄປແລ້ວ 4 ປະຕູ ແລະ SOULEYMANE COULIBALY ກອງໜ້າຊາວຕ່າງປະເທດທີ່ມີຄວາມແຂງແຮງ ແລະ ວ່ອງໄວ.

ສ່ວນ ເອັສຣາ ເອັຟຊີ ຍັງຕ້ອງຂາດ 2 ນັກເຕະຕົວຫຼັກ ແລະ ຕົວສໍາຄັນທີ່ເປັນເຖິງກໍາລັງຫຼັກຂອງ ທີມຊາດລາວ ຢູ 19 ຢ່າງ ອະນຸສອນ ໄຊປັນຍາ ກອງໜ້າ ແລະ ອະນັນຕາຊາ ສີພົງພັນ ກອງຫຼັງ ເນື່ອງຈາກຍັງຕິດໂທດຈາກໃບແດງທັງຄູ່. ຢ່າງໃດກໍຕາມ ນັດຫຼ້າສຸດ ສະເຫຼີມໄຊ ພົມມາວົງ ກໍມາແທນໄດ້ດີສາມາດຫຼິ້ນເຂົ້າກັບ ໄຊຍະພອນ ແສງສະຫວ່າງ ແລະ ໂຈນີ ແຫວນປະເສີດ ໄດ້ດີໃນແດນໜ້າ, ສ່ວນນັກເຕະຄົນອື່ນພ້ອມລົງ ສະເພາະ ເລັກໂຕ ຫຼວງອາໄພ ທີ່ຍິງໄປແລ້ວ 3 ປະຕູ ກັບ ພັດທະນາ ພົມມະເທບ ຍິງໄປແລ້ວ 1 ປະຕູ ເປັນ 2 ກອງກາງ ທີ່ມີປະສົບການໃນນັດໃຫຍ່ໆແບບນີ້.

ມາສເຕີ 7 ເອັຟຊີ ຈາກ 5 ນັດທີ່ຜ່ານມາ ເຫັນໄດ້ວ່າ ເປັນທີມທີ່ສ້າງສັນໂອກາດຍິງໄດ້ຫຼາຍທີ່ສຸດກວ່າທີມອື່ນໆ ໂດຍຍິງປະຕູໄດ້ 15 ໜ່ວຍ ແລະ ເສຍພຽງ 4 ປະຕູ ພ້ອມມີນັກເຕະປະສົບການຫຼາຍໆຄົນ ເຊິ່ງນັດນີ້ສໍາຄັນຫຼາຍສໍາລັບ ມາສເຕີ 7 ເອັຟຊີ ເພາະຖ້າຫາກຊະນະ ກໍຈະມີຄະແນນເທົ່າກັບ ແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ທີ່ແຂ່ງຫຼາຍກວ່າ 1 ນັດມີ 16 ຄະແນນ ທັນທີ ແລະ ຖ້າຫາກຊະນະ 2 ໜ່ວຍຂຶ້ນໄປກໍຈະແຂງຂຶ້ນເປັນທີມນໍາຂອງຕາຕະລາງຄະແນນລວມທັນທີ.

ສ່ວນ ເອັສຣາ ເອັຟຊີ ເຫັນໄດ້ວ່າເປັນນັກເຕະທີ່ໜຸ່ມນ້ອຍ ແຕ່ມີຄວາມກະຕືລືລົ້ນສູງ ແລະ ມີພະລັງແຮງຂອງຊາວໜຸ່ມ ໂດຍຜົນງານ 5 ນັດທີ່ຜ່ານມາຍິງໄປ ທັງໝົດ 7 ປະຕູ ແລະ ເສຍໄປແລ້ວ 6 ປະຕູ ຖ້າຊະນະນັດນີ້ກໍຈະເກັບເພີ່ມເປັນ 8 ຄະແນນ ລຸ້ນແຊງຂຶ້ນອັນດັບທີ 3 ຂອງຕາຕະລາງຄະແນນລວມ.

ສໍາລັບ ການແຂ່ງຂັນເປບຊີ ລາວລີກ 1 ປີ 2020 ອາທິດນີ້ ຝ່າຍຈັດການແຂ່ງຂັນໄດ້ມີການປັບປ່ຽນຄູ່ແຂ່ງຂັນເລັກໜ້ອຍ ເພື່ອໃຫ້ສ່ອງຄອງກັບສະພາບຕົວຈິງດັ່ງນີ້:
+ວັນເສົາ 15 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ມີ:
-ມາສເຕີ 7 ເອັຟຊີ ພົບ ເອັສຣາ ເອັຟຊີ ເວລາ 16:00 ໂມງ ແຂ່ງທີ່ສະໜາມໃນ ( ຕາມຕາຕະລາງເກົ່າແມ່ນແຂ່ງຂັນໃນວັນອາທິດທີ 16 ສິງຫານີ້ )
-ຊ້າງນ້ອຍ ເອັຟຊີ ພົບ ວຽງຈັນ ເອັຟຊີ ເວລາ 16:00 ໂມງ ແຂ່ງທີ່ສະໜາມນອກ

+ວັນອາທິດທີ່ 16 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ມີ:
-ປກສ ເອັຟຊີ ພົບ ວຽງຈັນ ເອັຟທີ ເວລາ 16:00 ໂມງ ແຂ່ງຂັນທີ່ສະໜາມໃນ ( ຕາຕະລາງເກົ່າແມ່ນແຂ່ງວັນເສົາທີ 15 ສິງຫານີ້ )
ຂ່າວ: ຄໍາສອນ
ຮູບ: ສອນໄຊ