ທອງພັນ-ຊານະ ນັກເຕະ ຈາກຫຼວງພະບາງ ຍິງປະຕູທໍາອິດໃຫ້ກັບ ຢູ 19 ໄດ້ແລ້ວ

147

ກາຍເປັນການແຈ້ງເກີດໄປເລີຍສໍາລັບ ທອງພັນ ບຸນປະເສີດ ແລະ ຊານະ ມະນີຜົນ 2 ນັກເຕະດາວດວງໃໝ່ຈາກແຂວງຫຼວງພະບາງ ທີ່ໄດ້ສິດຂຶ້ນມາຄັດເລືອກ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີຮອບສຸດທ້າຍ ທີ່ນະຄອນຫຼວງວຽງຈັນ ຫຼ້າສຸດສາມາດຍິງໄດ້ຜູ້ລະປະຕູໃນນັດອຸ່ນເຄື່ອງນັດທີ 2 ຂອງນັກເຕະຈາກພາກເໜືອ ກັບ ທີມຊາດລາວ ເມື່ອວັນທີ 12 ສິງຫາ 2020.

ນັດອຸ່ນເຄື່ອງນັດດັ່ງກ່າວ ຈັດຂຶ້ນເມື່ອວັນທີ 12 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ທີມຊາດລາວ ຢູ 19 ( ໄລຍະຄັດເລືອກຮອບ 35 ຄົນສຸດທ້າຍ ເພື່ອຄັດເອົາ 23 ຄົນສຸດທ້າຍ ) ພົບກັບ ວຽງຈັນ ເອັຟຊີ ເຊິ່ງເປັນນັດທີ 4 ຂອງທີມຊາດລາວ ແລະ ເປັນນັດທີ 2 ຂອງນັກເຕະໃໝ່ຈາກແຂວງຫຼວງພະບາງ ຈໍານວນ 4 ຄົນ ປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ວຽງຈັນ ເອັຟຊີ ໄປ 4-0 ຫຼັງເຄິ່ງເວລາທໍາອິດສະເໝີກັນ 0-0.

ພິເສດໃນນັ້ນມີນັກເຕະໃໝ່ 2 ຄົນຈາກພາກເໜືອກໍຄື ແຂວງຫຼວງພະບາງ ຍິງໄດ້ຜູ້ລະປະຕູໄດ້ແກ່ ທອງພັນ ທີ່ຖືກຈັດໃຫ້ຫຼິ້ນກອງໜ້າຕົວເປົ້າ ສາມາດຍິງປະຕູໃຫ້ກັບ ທີມຊາດລາວ ຢູ 19 ຂຶ້ນນໍາ 2-0, ສ່ວນອີກຄົນເປັນ ຊານະ ທີ່ນັດນີ້ຈັດໃຫ້ຫຼິ້ນກອງຫຼັງ ອາໄສຈັງຫວະຂຶ້ນມາໂໝ່ງລູກເຕະແຈ ແລະ ກໍສາມາດໂໝ່ງປະຕູຕ໊ອກຢໍ້າໄຊຊະນະໃຫ້ກັບ ຢູ 19 ລາວ ເອົາຊະນະ ວຽງຈັນ ເອັຟຊີ 4-0.

ຫຼັງຈົບການແຂ່ງຂັນ ຊານະ ເປີດໃຈກັບທີມຂ່າວເສດຖະກິດ-ການຄ້າວ່າ: ປົກກະຕິແລ້ວນ້ອງແມ່ນຫຼິ້ນກອງກາງ ຕອນຫຼິ້ນຢູ່ຫຼວງພະບາງ, ແຕ່ຄູຝຶກແນະນໍາໃຫ້ຫຼິ້ນກອງຫຼັງ ເພາະເປັນຄົນທີ່ຮູບຮ່າງສູງ ແລະ ມີຈັງຫວະການບີບບານໄວ ເຊິ່ງນັດອຸ່ນເຄື່ອງນັດທີ 2 ກັບທີມຊາດລາວ ນ້ອງກໍຫຼິ້ນກອງຫຼັງ ແລະ ສາມາດຍິງປະຕູທໍາອິດກັບທີມຊາດລາວ ເຖິງຈະເປັນນັດອຸ່ນເຄື່ອງກໍຕາມ, ແຕ່ມັນກໍເປັນຄວາມພາກພູມໃນທີ່ສຸດ ແລະ ຜ່ອນຄາຍຄວາມກົດດັນໄດ້ຫຼາຍ ແນ່ນອນຕໍ່ໄປຈະເຮັດໃຫ້ດີຍິ່ງຂຶ້ນ.

ທອງພັນ ບຸນປະເສີດ ຫຼິ້ນຕຳແໜງກອງໜ້າອາຍຸ 18 ປີ ຮຽນຢູ ມສ ປາກແຊງ ແຂວງຫຼວງພະບາງ, ສ່ວນ ຊານະ ມະນີຜົນ ຫຼິ້ນໄດ້ທັງກອງກາງ ແລະ ກອງຫຼັງ ອາຍຸ 17 ປີຮຽນຈົບ ມໍ 7 ຈາກໂຮງຮຽນປະຊາທິປະໄຕ ແຂວງຫຼວງພະບາງ ເປັນ 2 ໃນ 4 ນັກເຕະຈາກ ແຂວງຫຼວງພະບາງ ທີ່ໄດ້ລົງມາຄັດທີມຊາດລາວ ຢູ 19 ຊຸດນີ້, ສ່ວນອີກ 2 ຄົນແມ່ນ ສິນນະກອນ ກຸມະນີຄໍາ ກັບ ຈຸ່ນ ມິດຕະພາບ ກໍເປັນທີ່ໜ້າຕິດຕາມເຊັ່ນກັນ.