ທົ່ວປະເທດຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຕະຫຼອດອາທິດນີ້

252

ອຸຕຸຄາດ ໄລຍະວັນທີ 10 ຫາ 16 ສິງຫານີ້ ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກຂອງ ສປປ ລາວ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພັດຜ່ານພາກເໜືອດ້ານຕາເວັນອອກ.


ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1063/ກອຕທ ລົງວັນທີ 10 ສິງຫາ 2020 ຄາດຄະເນສະພາບອາກາດໃນໄລຍະວັນທີ 10 ຫາ 16 ສິງຫາ 2020 ວ່າ: ໃນໄລຍະວັນທີ 10 ຫາ 12 ສິງຫາ ຮ່ອງຄວາມກົດດັນອາກາດຕໍ່າຈະພັດຜ່ານພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ. ຈາກນັ້ນ, ວັນທີ 13 ຫາ 16 ສິງຫາ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້:


ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 10 ຫາ 12 ສິງຫາ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ຈາກນັ້ນ, ວັນທີ 13 ຫາ 16 ສິງຫາ ຝົນຍັງຈະສືບຕໍ່ຕົກຄ່ອຍເປັນບໍລິເວນກວ້າງຕື່ມອີກ.


ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 10 ຫາ 11 ສິງຫາ ມີເຝື້ອປົກຄຸມເປັນສ່ວນຫຼາຍ, ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ. ຈາກນັ້ນ, ວັນທີ 12 ຫາ 16 ສິງຫາ ຝົນຍັງສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ.


ພາກກາງ: ໃນໄລຍະວັນທີ 10 ຫາ 16 ສິງຫາ ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງເປັນບໍລິເວນກວ້າງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄໍາໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.

ສະເພາະແຂວງໄຊສົມບູນ, ເຂດຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໃນໄລຍະວັນທີ 10 ຫາ 16 ສິງຫາ ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາຕົກປານກາງຢູ່ທົ່ວໄປ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.


ພາກໃຕ້: ໃນໄລຍະວັນທີ 10 ຫາ 16 ສິງຫາ ມີເຝື້ອປົກຄຸມເປັນສ່ວນຫຼາຍ, ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ເປັນບໍລິເວນກວ້າງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມຕ່ຳສຸດ 24 – 25 ອົງສາ ແລະ ສູງສຸດ 34 – 36 ອົງສາ. ສະເພາະເຂດພູພຽງບໍລະເວນ: ມີເຝື້ອປົກຄຸມເປັນສ່ວນຫຼາຍ, ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.


ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 10 ຫາ 16 ສິງຫາ ອາກາດຮ້ອນ ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນເປັນບາງໂອກາດ.