ແກ້ວວຽງເພັດ – ວັນນະສອນ ເຮັດແຮັດທຣິກທໍາອິດໃນລາວລີກ 1 ລະດູການນີ້

153

ແກ້ວວຽງເພັດ ລິດທິເດດ ກອງໜ້າຂອງ ມາສເຕີ 7 ເອັຟຊີ ແລະ ວັນນະສອນ ດວງໄມຕີ ກອງໜ້າຂອງ ຊ້າງນ້ອຍ ເອັຟຊີ ກາຍເປັນ 2 ນັກເຕະທີ່ສາມາດເຮັດແຮັດທຣິກ ( ຍິງ 3 ປະຕູໃນນັດດຽວ ) ໄດ້ ໃນການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2020 ໃນອາທິດ ທີ່ຜ່ານມາ.

ຄົນທໍາອິດທີ່ເຮັດແຮັດທຣິກໄດ້ໃນເປບຊີ ລາວລີກ 1 ລະດູການ 2020 ເປັນຂອງ ແກ້ວວຽງເພັດ ທີ່ຍິງ 3 ປະຕູຊ່ວຍໃຫ້ກັບ ມາສເຕີ 7 ເອັຟຊີ ເອົາຊະນະ ວຽງຈັນ ເອັຟຊີ 4-0 ໃນການແຂ່ງຂັນເມື່ອ ວັນທີ 8 ສິງຫາ 2020 ໂດຍ ແກ້ວວຽງເພັດ ຍິງໄດ້ໃນນາທີໆ 4, 79 ແລະ 90+2.

ສ່ວນແຮັດທຣິກຄົນທີ 2 ເປັນຂອງ ວັນນະສອນ ດວງໄມຕີ ກອງໜ້າຂອງ ຊ້າງນ້ອຍ ເອັຟຊີ ທີ່ນັດນີ້ໄດ້ຮັບໂອກາດລົງຫຼິ້ນເປັນຕົວຈິງ ຫຼັງນັດທີ່ຜ່ານມາ ລົງຫຼິ້ນໃນຖານະຕົວສໍາຮອງ ກໍບໍ່ເຮັດໃຫ້ທີມຜິດຫວັງ ເມື່ອຍິງໄດ້ຄົນດຽວ 3 ປະຕູນາທີໆ 4, 8 ແລະ ປະຕູຕ໊ອກຢໍ້າໄຊຊະນະນາທີໆ 84 ຊ່ວຍໃຫ້ ຊ້າງນ້ອຍ ເອັຟຊີ ຖະຫຼົ່ມ ວຽງຈັນ ເອັຟທີ 7-1.

ຈາກຜົນດັ່ງກ່າວເຮັດໃຫ້ ແກ້ວວຽງເພັດ ແລະ ວັນນະສອນ ກາຍເປັນ 2 ນັກເຕະ ທີ່ສາມາດເຮັດແຮັດທຣິກໃນເປບຊີ ລາວລີກ 1 ລະດູການ 2020 ພ້ອມທັງເປັນດາວຍິງສູງສຸດປະຈໍາອາທິດ ຮ່ວມກັນອີກ.

ສໍາລັບ ແກ້ວວຽງເພັດ ລິດທິເດດ ປັດຈຸບັນອາຍຸ 28 ປີເປັນນັກເຕະທີ່ປະສົບການສູງທັງທີມຊາດ ແລະ ສະໂມສອນໃຫຍ່ໆ ເລີ່ມຕິດທີມຊາດລາວ ຢູ 14 ໃນປີ 2006 ຈົນເຖິງທີມຊາດຊຸດໃຫຍ່ ໂດຍເປັນນັກເຕະລາວທີ່ໂດດເດັ່ນທີ່ສຸດດ້ວຍການຄວ້າລາງວັນນັກເຕະດີເດັ່ນຂອງອາຊຽນ ໃນປີ 2012 ຈາກການສ້າງຜົນງານໂດດເດັ່ນໃນລາຍການ ເອເອັຟເອັຟ ຊຸຊູກິ ຄັບ 2012.

ສ່ວນຜົນງານໃນສະໂມສອນເລີ່ມຈາກເປັນເດັກປັ້ນຂອງ ເອັສຣາ ເອັຟຊີ, ເຄີຍຫຼິ້ນໃຫ້ກັບ ລ້ານຊ້າງ ຢູໄນເຕັດ, ລາວໂຕໂຢຕ້າ ເອັຟຊີ ແລະ ປັດຈຸບັນເປັນຕົວເດັດຂອງ ມາສເຕີ 7 ເອັຟຊີ ໃນການລຸ້ນແຊັມ ເປບຊີ ລາວລີກ 1 ລະດູການນີ້ ຫຼັງລະດູການທີ່ຜ່ານມາພາ ມາສເຕີ 7 ເອັຟຊີ ຄວ້າຮອງແຊັມ.

ສ່ວນ ວັນນະສອນ ດວງໄມຕີ ເປັນນັກເຕະອະນາຄົດໄກທີ່ໜ້າຕິດຕາມ ເລີ່ມເປັນທີ່ຮູ້ຈັກໃນການມາຄັດທີມຊາດລາວ ຢູ 19 ຄັ້ງທໍາອິດໃນຕົ້ນປີ 2019 ເຊິ່ງເປັນນັກເຕະທີ່ມີຄວາມໄວ, ຄວາມແຂງແຮງ ແລະ ຄວາມກະຕືລືລົ້ນສູງເຮັດໃຫ້ລາວຕິດທີມຊາດ ແລະ ສ້າງຜົນງານໂດດເດັ່ນ ຈົນແຈ້ງເກີດກັບທີມຊາດຊຸດດັ່ງກ່າວໃນປີ 2019 ກ່ອນຈະຖືກ ຊ້າງນ້ອຍ ເອັຟຊີ ດຶງຕົວໄປຮ່ວມທີມ ແລະ ພາທີມຄວ້າອັນດັບ 3 ໃນເປບຊີ ລາວພຣີເມຍລີກ 2019. ຂະນະທີ່ ທ້າຍປີ 2019 ວັນນະສອນ ໄດ້ຮັບບາດເຈັບເຮັດໃຫ້ຕົ້ນລະດູການ 2020 ໃນ 4 ນັດທີ່ຜ່ານມາ ໄດ້ເປັນພຽງຕົວສໍາຮອງ, ແຕ່ນັດຫຼ້າສຸດໄດ້ລົງເປັນຕົວຈິງກໍບໍ່ເຮັດໃຫ້ຜິດຫວັງ ສາມາດຍິງໄດ້ເຖິງ 3 ປະຕູ.