ອາຊີບຕັດຜົມລາຍຮັບດີທີ່ຫຼາຍຄົນອາດເບິ່ງຂ້າມ

198

ການທີ່ເຮົາຈະປະກອບອາຊີບໃດໜຶ່ງນັ້ນ ກໍຕ້ອງມີຄວາມມັກຮັກ, ອົດທົນເຮັດ ແລະ ພັດທະນາມັນແລ້ວເຮົາກໍຈະພົບກັບຄວາມສຳເລັດໄດ້. ດັ່ງ ທ່ານ ວຽງແກ້ວ ສຸດາຈິດ ຢຶດການເຮັດອາຊີບຕັດຜົມມາ 30 ກວ່າປີ ຈາກແຕ່ກ່ອນມີລາຍຮັບມື້ລະ 2.000 ກີບ ແຕ່ປັດຈຸບັນມີລາຍຮັບສະເລ່ຍມື້ລະ 300.000 ກີບ ຈາກການຕັດຜົມສາມາດລ້ຽງຊີບ ແລະ ເຮັດໃຫ້ເສດຖະກິດພາຍໃນຄອບຄົວດີຂຶ້ນ.

ທ່ານ ວຽງແກ້ວ ສຸດາຈິດ ອາຍຸ 50 ປີ ຢູ່ບ້ານສົມຫວັງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຈົ້າຂອງຮ້ານຕັດຜົມ ແກ້ວ ຈະເລີນ ໃຫ້ສຳພາດວ່າ: ກ່ອນຈະມາເປັນຊ່າງຕັດຜົມນີ້ ໃນເມື່ອກ່ອນກໍບໍ່ຮູ້ດອກວ່າການຕັດຜົມຈະເປັນອາຊີບໃຫ້ເຮົາໄດ້ແທ້, ແຕ່ຍ້ອນຄວາມມັກ ເຊິ່ງໃນເມື່ອກ່ອນໄລຍະ ປີ 1981 – 1982 ຊ່າງຕັດຜົມບ້ານເຮົາແມ່ນມີໜ້ອຍ ຈະມີພຽງຜູ້ເຖົ້າທີ່ເຮັດ ໂດຍໃຊ້ຕັ່ງພັບໃສ່ກົ້ນລົດຖີບໄປເລາະຕັດຜົມຕາມບ້ານ, ບາງຄົນກໍຈະໃຊ້ມີດຕັດ, ບາງຄົນກໍໃຊ້ຕັງເດີມືຕັດໃນສະໄໝນັ້ນ.

ດ້ວຍຄວາມມັກໃນການຕັດຜົມ ເວລາເລີກຮຽນຕົນເອງກໍຈະໄປນັ່ງເບິ່ງຊ່າງຜູ້ເພິ່ນຕັດຜົມເປັນ ( ຮ້ານຂອງອ້າຍໄດ ຢູ່ຫຼັກ 10 ເຊິ່ງເປັນຮ້ານມີຊື່ສຽງໃນຂະນະນັ້ນ ) ເບິ່ງວິທີຕັດແບບໃດໂດຍເອົາໂຕນັ້ນມາເປັນພື້ນຖານໃຫ້ເຮົາ ໂດຍທີ່ບໍ່ໄດ້ຮຽນ, ໄປເບິ່ງຕົວຈິງແລ້ວກໍມາປະຕິບັດເລີຍ ເຊິ່ງທຳອິດແມ່ນໄດ້ຕັດໃຫ້ໝູ່ກ່ອນ ໂດຍໃຊ້ມີດຕັດຮຽນດ້ວຍຕົນເອງ, ສຶກສາດ້ວຍຕົນເອງຈົນຕັດເປັນ.

ຕໍ່ມາໃນປີ 1994 ໄດ້ໄປເປັນຊ່າງຕັດຜົມຢູ່ຮ້ານ ໄດ້ເງິນເດືອນ 60.000 ກີບຕໍ່ເດືອນໃນຕອນນັ້ນ, ເຮັດໄປໄດ້ປີ 1 ກໍເຫັນວ່າຕົນເອງມີສີມືທີ່ຊໍານານຂຶ້ນ. ມາປີ 1995 ຈຶ່ງໄດ້ໄປເປີດຮ້ານຕັດຜົມຢູ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ ໜ້າຫ້ອງວ່າການປົກຄອງເມືອງ ຈົນມາເຖິງປີ 2006 ກໍເລີຍໄດ້ກັບມາເຮັດວຽກເຮືອນ ແລະ ກັບມາເປີດຮ້ານຕັດຜົມຢູ່ບ້ານສົມຫວັງ ( ຢູ່ຫຼັກ 8 ), ຫຼັງຈາກເຮັດວຽກເຮືອນ ວຽກຕັດຜົມກໍໄດ້ເຮັດຄວບຄູ່ກັນໄປໂດຍບໍ່ໄດ້ປະຖິ້ມ ເຊິ່ງການຕັດຜົມໃນໄລຍະນັ້ນກໍຖືວ່າພໍແຕ່ໄດ້ຢູ່ໄດ້ກິນນຳມັນ.

ຕົກມາປີ 2013 ຮອດປັດຈຸບັນ ໄດ້ມາເປີດຮ້ານຢູ່ບ້ານໜອງໄຮ ເຊິ່ງມາຖືກບ່ອນດີຖືວ່າພິກຊີວິດໃໝ່ເລີຍ ຈາກແຕ່ກ່ອນພໍໄດ້ຢູ່ໄດ້ກິນນຳອາຊີບນີ້ ແຕ່ປັດຈຸບັນມີລາຍຮັບຈາກການຕັດຜົມຕໍ່ມື້ ປະມານ 300.000 ກີບ ຖ້າໄລ່ເປັນຫົວຄົນກໍປະມານ 15 – 20 ຄົນຕໍ່ມື້ ( ຄ່າຕັດຜົມຜູ້ໃຫຍ່ 20.000 ກີບ ແລະ ເດັກນ້ອຍ 15.000 ກີບ ) ເຊິ່ງເປັນອາຊີບຫຼັກທີ່ລ້ຽງຄອບຄົວ ແລະ ເຮັດໃຫ້ເສດຖະກິດຄອບຄົວດີຂຶ້ນເທື່ອລະກ້າວ ບວກກັບເປັນອາຊີບທີ່ບໍ່ໄດ້ອອກແຮງງານຫຼາຍ, ທີ່ສຳຄັນເປັນອາຊີບທີ່ບໍ່ໄດ້ລົງທຶນຫຼາຍມີພຽງແຕ່ເອົາແຮງສູ້ເອົາ.

ທ່ານ ວຽງແກ້ວ ສຸດາຈິດ ໃຫ້ຮູ້ຕື່ມອີກວ່າ: ຮ້ານຕັດຜົມຜູ້ຢູ່ນະຄອນຫຼວງວຽງຈັນ ໃນປັດຈຸບັນຖ້າທຽບໃສ່ເມື່ອກ່ອນແມ່ນຫຼາຍຂຶ້ນ. ຢ່າງໃດກໍຕາມ, ຮ້ານ ແກ້ວ ຈະເລີນ ເຮົາແລ້ວລູກຄ້າແມ່ນຍັງປົກກະຕິ ລູກຄ້າບໍ່ໄດ້ໜີຈາກເຮົາໄປ ເຊິ່ງອາດຈະເປັນເພາະລະດັບສີມືການຕັດ, ຄວາມໄວ ຫຼື ການບໍລິການທີ່ລູກຄ້າພໍໃຈ ເມື່ອລອງມາຕັດເທື່ອໜຶ່ງແລ້ວກໍຈະມີເທື່ອທີ 2 ຕາມມາ ການຕັດແມ່ນທາງຮ້ານຕັດຊົງຕາມໃຈລູກຄ້າ, ມັກແບບໃດສາມາດຕັດໄດ້ໝົດ ຂໍພຽງແຕ່ມີແບບມາ, ຊົງທັນສະໄໝກໍຕັດໄດ້ ເຊິ່ງເປັນຈຸດເດັ່ນຂອງຮ້ານເຮົາ.

ນອກຈາກນີ້, ທ່ານ ວຽງແກ້ວ ສຸດາຈິດ ຍັງໄດ້ໃຫ້ທັດສະນະກ່ຽວກັບອາຊີບຕັດຜົມວ່າ: ຈະເຮັດອາຊີບຫຍັງກໍຕາມຕ້ອງອີງໃສ່ຕົວຈິງຂອງຜູ້ທີ່ມັກຮັກ, ຖ້າວ່າເຮົາມັກຮັກອາຊີບຕັດຜົມແທ້ໆ ກໍຈະສາມາດເຮັດໄດ້ ແລະ ການເຮັດອາຊີບນີ້ຫຼັກໆກໍຕ້ອງໄດ້ມີຄວາມອົດທົນກ່ອນ ຮັກໃນການບໍລິການ.